ປະເທດບຣິກສລິເລີ່ມໃຫ້ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2022-05-15 15:02:45 cri

ວັນທີ 13 ພຶດສະພານີ້, ກອງປະຊຸມລະດັບສູງຂອງປະເທດ ບຣິກສ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ຈັດຂຶ້ນຜ່າງທາງວິດີໂອ ໂດຍລະລິເລີ່ມໃຫ້ຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮ່ວມກັນປຶກສາຫາລືເພື່ອເລັ່ງລັດການຫັນເປັນກາກບອນຕ່ຳແລະຄວາມອົດທົນດ້ານດິນຟ້າອາກາດ, ບັນລຸການຟື້ນຟູພັດທະນາຕາມເສັ້ນທາງແບບຍືນຍົງ, ດຸນດຽງ ແລະກວມລວມ.

ກອງປະຊຸມຄັ້ງນີ້ມີປະເທດຈີນເປັນເຈົ້າພາບຈັດຂຶ້ນ ໂດຍໄດ້ເຊື້ອເຊີນຜູ້ຕາງໜ້າຂັ້ນລັດຖະມົນຕີຂອງພາກສ່ວນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງບລາຊິນ, ຣັດເຊຍ, ອິນເດຍ ແລະອາຟຼິກາໃຕ້.  ປະເທດຕ່າງໆຂອງ

ບຣິກສ ໄດ້ລົງເລິກການແລກປ່ຽນ ແລະບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເລັ່ງລັດການຫັນເປັນກາກບອນຕ່ຳ ແລະຄວາມອົດທົນດ້ານດິນຟ້າອາກາດ, ຊຸກຍູ້ຂະບວນການຫຼາຍຝ່າຍກ່ຽວກັບດິນຟ້າອາກາດ, ເພີ່ມທະວີຄວາມສາມັກຄີແລະການປະສານງານໃນຂົງເຂດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາແລະຮັບຮອງເອົາ “ຖະແຫຼງການຮ່ວມກ່ຽວກັບກອງປະຊຸມລະດັບສູງຂອງປະເທດ ບຣິກສ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.