ຊຸກຍູ້ການປະກອບອາຊີບຂອງຄົນພິການ, ປົກປ້ອງສິດແລະຜົນປະໂຫຍດຂອງຄົນພິການ

2022-05-15 17:30:33 cri

ວັນທີ 15 ພຶດສະພາປີ 2022 ແມ່ນວັນຊ່ວຍເຫຼືອຄົນພິການຄົບຮອບ 32 ປີຂອງຈີນໂດຍມີຄຳຂວັນທີ່ວ່າ: “ຊຸກຍູ້ການປະກອບອາຊີບຂອງຄົນພິການ, ປົກປ້ອງສິດແລະຜົນປະໂຫຍດຂອງຄົນພິການ”.



ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວຊີ້ອອກວ່າ: ກຸ່ມຄົນພິການເປັນກຸ່ມຄົນພິເສດກຸ່ມໜຶ່ງທີ່ມີຄວາມຫຍຸ້ງຍາກ, ຕ້ອງໃຫ້ຄວາມສົນໃຈເປັນພິເສດ ແລະເອົາໃຈໃສ່ເປັນພິເສດ. ທ່ານໄດ້ປຽບທຽບວຽກງານຄົນພິການຢ່າງມີຊີວິດຊີວາວ່າ: ເປັນ “ພາລະກິດແຫ່ງລະດູບານໃໝ່”, ຍ້ອນວ່າລະດູບານໃໝ່ໝາຍເຖິງຄວາມອົບອຸ່ນ, ບົ່ມເພາະຄວາມຫວັງ ເຊິ່ງຄວາມພະຍາຍາມຂອງຈີນໃນດ້ານນີ້ກໍເພື່ອນຳເອົາຄວາມອົບອຸ່ນໃນລະດູບານໃໝ່ມາໃຫ້ກັບຄົນພິການ.



ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສົນໃຈແລະເອົາໃຈໃສ່ເປັນພິເສດຕໍ່ວຽກງານຄົນພິການ. ປັດຈຸບັນໃນທົ່ວປະເທດຈີນ ມີຄົນພິການຫຼາຍກວ່າ 85 ລ້ານຄົນ, ເວົ້າສຳລັບຄົນພິການແລ້ວ, ການປະກອບອາຊີບແມ່ນວິທີການສຳຄັນສຳລັບເຂົາເຈົ້າ ເພື່ອເຊື່ອມໂຍງເຂົ້າກັບສັງຄົມ ແລະບັນລຸຄຸນຄ່າຂອງຊີວິດ. ໃນໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ຂອງຈີນ, ຂະໜາດການປະກອບອາຊີບຂອງຄົນພິການໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ, ໃນຕົວເມືອງແລະຊົນນະບົດ, ຄົນພິການທີ່ມີວຽກເຮັດງານທຳໄດ້ເພີ່ມຂຶ້ນອີກ 1.810.000 ຄົນ, ການຝຶກອົບຮົມເຕັກນິກໄດ້ປົກຄຸມຄົນພິການແບບເປີດກວ້າງອອກເລື້ອຍໆ, ແຕ່ລະປີມີຄົນພິການ 400.000 ຄົນ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມວິຊາຊີບທີ່ໄດ້ຮັບການອຸດໜູນຈາກລັດ.ປີ 2016, ຈີນໄດ້ສ້າງລະບຽບການວ່າດ້ວຍການອຸດໜູນດ້ານຄ່າຄອງຊີບແກ່ຄົນພິການທີ່ມີຄວາມທຸກຍາກແລະຄ່າເບິ່ງແຍງດູແລຄົນພິການໜັກ. ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 13, ລະບຽບການນີ້ໄດ້ສ້າງຜົນປະໂຫຍດໃຫ້ກັບຄົນພິການຫຼາຍກວ່າ 12 ລ້ານຄົນ ແລະຄົນພິການໜັກຫຼາຍກວ່າ 14 ລ້ານຄົນ ເຊິ່ງເປັນແນວປ້ອງກັນຕ່ຳສຸດເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນພິການຢ່າງໜັກແໜ້ນ. ປັດຈຸບັນ, ຈີນມີອົງການບໍລິການການປະກອບອາຊີບຂອງຄົນພິການປະເພດຕ່າງໆຫຼາຍກວ່າ 2.700 ແຫ່ງ, ວຽກງານບໍລິການການປະກອບອາຊີບ ໄດ້ເຂົ້າເຖິງຂັ້ນເມືອງ,ລະບຽບການທີ່ໄດ້ມາດຕະຖານກ່ຽວກັບການບໍລິການການປະກອບອາຊີບຂອງຄົນພິການພວມສ້າງຕັ້ງຂຶ້ນ. ໃນຊຸມປີມໍ່ໆມານີ້, ຈີນຍັງໄດ້ວາງນະໂຍບາຍສະເພາະການຊຸກຍູ້ແລະພັດທະນາວຽກງານກ່ຽວກັບການຊ່ວຍໃຫ້ຄົນພິການສາມາດປະກອບອາຊີບໄດ້ຕາມອັດຕາສ່ວນ, ການປະກອບອາຊີບເສີມ, ປະກອບອາຊີບແລະສ້າງທຸລະກິດດ້ວຍຕົນເອງ ເພື່ອເປັນການຊ່ວຍເຫຼືອແລະປົກປ້ອງການປະກອບອາຊີບແລະສ້າງທຸລະກິດຂອງຄົນພິການ.



ນອກນີ້, ຈີນຍັງໄດ້ເອົາໃຈໃສ່ການປົກປ້ອງຄົນພິການດ້ວຍການສ້າງກົດໝາຍ, ປັດຈຸບັນ, ກົດໝາຍທີ່ກ່ຽວພັນເຖິງການປົກປ້ອງສິດແລະຜົນປະໂຫຍດຂອງຄົນພິການໂດຍກົງແມ່ນມີຫຼາຍກວ່າ 90 ສະບັບ, ກົດລະບຽບທາງບໍລິຫານມີຫຼາຍກວ່າ 50 ສະບັບ ໂດຍໄດ້ກາຍເປັນເຄື່ອງມືໃນການປົກປ້ອງທາງດ້ານກົດໝາຍທີ່ເຂັ້ມແຂງ ໃຫ້ແກ່ຄົນພິການ.