ຍົນໂດຍສານໃຫຍ່C919ຂອງຈີນບິນເທື່ອທຳອິດ

2022-05-15 12:20:57 cri


ເວລາ6ໂມງ52ນາທີຂອງວັນທີ14ພຶດສະພານີ້,ຍົນໂດຍສານໃຫຍ່C919ເບີB-001J ໄດ້ບິນຈາກສະໜາມບິນຜູຕົ່ງຊຽງໄຮ ແລະລົງຈອດຢ່າງປອດໄພໃນເວລາ9ໂມງ54ນາທີ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ:ຍົນໂດຍສານໃຫຍ່C919ລຳທຳອິດທີ່ບໍລິສັດການຄ້າເຮືອບິນຂອງຈີນໃກ້ຈະມອບໃຫ້ລູກຄ້າແຫ່ງທຳອິດ ໄດ້ສຳເລັດການທົດລອງບິນເທື່ອທຳອິດຢ່າງຈົບງາມ.

ບໍລິສັດການຄ້າເຮືອບິນຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະການບິນເປັນເວລາ3ຊົ່ວໂມງ2ນາທີ,ນັກບິນແລະນັກວິສາວະກອນທີ່ເຂົ້າຮ່ວມການທົດລອງບິນໄດ້ປະສານງານເປັນຢ່າງດີ ໂດຍໄດ້ສຳເລັດໜ້າທີ່ທຸກລາຍທີ່ກຳນົດໄວ້,ສະພາບການບິນແລະພາລະບົດບາດຂອງຍົນໂດຍສານດີຫຼາຍ. ປັດຈຸບັນ,ການທົດລອງບິນເພື່ອໄດ້ຮັບໃບອະນຸຍາດແລະວຽກງານກະກຽມມອບຮັບເຮືອບິນດັ່ງກ່າວກຳລັງດຳເນີນໄປຢ່າງມີລະບຽບ.

   ວັນທີ1ມີນາປີ2021,ບໍລິສັດການບິນຕາເວັນອອກແລະບໍລິສັດການຄ້າເຮືອບິນຈີນໄດ້ເຊັນສັນຍາຈັດຊື້ເຮືອບິນໃຫຍ່C919ຢູ່ທີ່ນະຄອນຊຽງໄຮ້. ຫຼັງຈາກນຳເຂົ້າ5ລຳງວດທຳອິດແລ້ວ, ຈະຖືຊຽງໄຮ້ເປັນບ່ອນບໍລິການຕົ້ນຕໍ.