ກອງປະຊຸມວ່າດ້ວຍການກຳຈັດການໃຊ້ແຮງງານເດັກໂລກຄັ້ງທີ 5 ຈັດຂຶ້ນຢູ່ປະເທດອາຟຣິກກາໃຕ້

2022-05-16 11:34:40 cri

ກອງປະຊຸມວ່າດ້ວຍການກຳຈັດການໃຊ້ແຮງງານເດັກໂລກຄັ້ງທີ 5 ທີ່ມີອົງການແຮງງານສາກົນ ແລະລັດຖະບານປະເທດອາຟຣິກກາໃຕ້ຮ່ວມກັນເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນເດີບານ ປະເທດອາຟຣິກກາໃຕ້ໃນວັນທີ 15 ພຶດສະພານີ້ ເຊິ່ງຈະດຳເນີນ ໄປຈົນຮອດວັນທີ 20 ເດືອນດຽວກັນ.

ອີງຕາມຕົວເລກສະຖິຕິທີ່ອົງການແຮງງານສາກົນແລະກອງທຶນເພື່ອເດັກແຫ່ງສະຫະປະຊາຊາດຫຼືUNICEFໄດ້ຮ່ວມກັນເຜີຍແຜ່ໃນປີ2021ນັ້ນສະແດງໃຫ້ເຫັນວ່າ: ປັດຈຸບັນ, ທົ່ວໂລກຍັງມີເດັກນ້ອຍປະມານ 160 ລ້ານຄົນກາຍເປັນແຮງງານເດັກ. ອົງການ ແຮງງານສາກົນໄດ້ຊີ້ໃຫ້ເຫັນວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19ໃນທົ່ວໂລກໄດ້ເຮັດໃຫ້ສະພາບດັ່ງກ່າວຮ້າຍແຮງຂຶ້ນຕື່ມ.

  ອົງການແຮງງານສາກົນຍັງເຜີຍໃຫ້ຮູ້ວ່າ: ກ່ອນເວລາທີ່ກອງປະຊຸມຄັ້ງນີ້ຈະສິ້ນສຸດລົງ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈະຮ່າງຂໍ້ລິເລີ່ມສະບັບໜຶ່ງ ໂດຍຈະໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ມາດຕະການທີ່ຈຳເປັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ, ກຳຈັດການໃຊ້ແຮງງານເດັກ ໃນທຸກຮູບແບບກ່ອນປີ2025.