ອຸດສາຫະກຳທ່ອງທ່ຽວອາຟຼິກາຈະສ້າງວຽກເຮັດງານທຳໄດ້ 14 ລ້ານຄົນພາຍໃນ 10 ປີ

2022-05-16 17:16:23 cri


ສະພາເດີນທາງແລະທ່ອງທ່ຽວໂລກ ຫຼື WTTC ໄດ້ປະກາດ “ບົດລາຍງານຫຼ້າສຸດກ່ຽວກັບຜົນກະທົບທີ່ມີຕໍ່ເສດຖະກິດ” ໃນວັນທີ 15 ພຶດສະພານີ້ ໂດຍສະແດງໃຫ້ເຫັນວ່າ: ໃນ 10 ປີຕໍ່ໜ້າ, ອຸດສາຫະກຳເດີນທາງແລະທ່ອງທ່ຽວອາຟຼິກາອາດຈະສາມາດສ້າງວຽກເຮັດງານທຳໄດ້ປະມານ 14 ລ້ານຄົນ ເຊິ່ງແຕ່ລະປີແມ່ນ 1,4 ລ້ານຄົນ.

ບົດລາຍງານດັ່ງກ່າວລະບຸວ່າ: ອຸດສາຫະກຳການທ່ອງທ່ຽວຈະນຳໜ້າໝູ່ໃນການຟື້ນຟູເສດຖະກິດຂອງພາກພື້ນອາຟຼິກາ, ຄາດວ່າໃນລະຫວ່າງປີ 2022 ຫາປີ 2032, GDP ຂອງອຸດສາຫະກຳທ່ອງທ່ຽວອາຟຼິກາຈະຂະຫຍາຍຕົວດ້ວຍຈັງຫວະ 6,8% ຕໍ່ປີ.