ອີຣານຈະພະຍາຍາມສຸດຂີດເພື່ອໃຫ້ອາເມຣິກາຍົກເລີກການລົງໂທດໃນ‍‍‍‍‍ “ຂອບເຂດທີ່ກວ້າງຂວາງທີ່ສຸດ”

2022-05-16 10:35:35 cri


ທ່ານອາລີ ບາເກຣີ ຄານີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານ ທັງເປັນຫົວໜ້າຄະນະເຈລະຈາກ່ຽວກັບບັນຫານີວເຄລຍອີຣານໄດ້ກ່າວໃນວັນທີ 15 ພຶດສະພານີ້ວ່າ:ອີຣານໄດ້ເອົາໃຈໃສ່ເຈລະຈາກັຍຝ່າຍຕ່າງໆທີ່ກ່ຽວຂ້ອງ ກັບບັນຫານີວເຄລຍອີຣານນັ້ນຢ່າງຕັ້ງໜ້າໂດຍຈະພະຍາຍາມຈົນສຸດຂີດເພື່ອໃຫ້ອາເມຣິກາຍົກເລີກການລົງໂທດໃນ “ຂອບເຂດທີ່ກວ້າງຂວາງທີ່ສຸດ”.


ເວັບໄຊກະຊວງການຕ່າງປະເທດອີຣານໄດ້ແຈ້ງໃຫ້ຮູ້ວ່າ:ທ່ານອາລີ ບາເກຣີ ໄດ້ກ່າວໃນເວລາເຂົ້າຮ່ວມງານວາງສະແດງນ້ຳມັນອີຣານປະຈຳປີ 2022 ທີ່ຈັດ ຂຶ້ນຢູ່ນະຄອນຫຼວງເຕເຮຣານໃນວັນທີ 15 ພຶດສະພານີ້ວ່າ:ອີຣານມີທ່າທີອັນຕັ້ງ ໜ້າໃນການເຈລະຈາກ່ຽວກັບບັນຫານີວເຄລຍອີຣານແລະການປະຕິບັດຕາມຄຳ ໝັ້ນສັນຍາສາກົນ.ອີຣານຕ້ອງນຳໃຊ້ທຸກຄວາມສາມາດທາງການທູດເພື່ອປົກປ້ອງ ຜົນປະໂຫຍດແຫ່ງຊາດ,ພ້ອມທັງຈະພະຍາຍາມທາງການທູດຈົນສຸດຂີດເພື່ອໃຫ້ ອາເມຣິກາຍົກເລີກການລົງໂທດອີຣານໃນ“ຂອບເຂດທີ່ກວ້າງຂວາງທີ່ສຸດ”.


ທ່ານອາລີ ບາເກຣີຍັງກ່າວຕື່ມວ່າ:ສັດຕູຂອງອີຣານມີເຈດຕະນາສະກັດກັ້ນ ຄວາມກ້າວໜ້າຂອງອີຣານ,ແຕ່ຍຸດໂທບາຍແລະຂໍ້ລິເລີ່ມກ່ຽວກັບການຍົກເລີກ ມາດຕະການລົງໂທດອີຣານໄດ້ທຳລາຍເລ່ຫຼ່ຽມຂອງສັດຕູ.