ເສດຖະກິດຈີນສາມາດຜ່ານຜ່າຜົນກະທົບຈາກພະຍາດໂຄວິດ-19ໄດ້

2022-05-16 17:33:41 cri


ວັນທີ 16 ພຶດສະພານີ້,ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບເສດຖະກິດແຫ່ງຊາດປະຈຳເດືອນ ເມສາປີ 2022.ທ່ານຟູ້ຫຼິງຫຸ່ຍ ໂຄສົກອົງການສະຖິຕິແຫ່ງຊາດ ທັງເປັນຫົວໜ້າກົມສັງລວມສະຖິຕິເສດຖະກິດແຫ່ງຊາດໄດ້ແນະນຳໃຫ້ຮູ້ວ່າ:ພະ ຍາດໂຄວິດ-19 ໄດ້ສົ່ງຜົນກະທົບຈຳນວນນຶ່ງຕໍ່ເສດຖະກິດປະຈຳເດືອນເມສາ. ໃນເດືອນນີ້,ຈັງຫວະການເຕີບໂຕຂອງມູນຄ່າເພີ່ມດ້ານອຸດສາຫະກຳທີ່ມີຂະໜາດໃຫຍ່ໄດ້ຫຼຸດລົງ 2.9%ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ,ຕົວເລກດັດຊະນີການຜະລິດຂອງຂະແໜງການບໍລິການໄດ້ຫຼຸດລົງ 6.1%,ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມໄດ້ຫຼຸດລົງ 11.1%.


ທ່ານຟູ້ຫຼິງຫຸ່ຍກ່າວວ່າ:ເມື່ອເບິ່ງໃນດ້ານລວມແລ້ວເຫັນວ່າ ທັງໝົດເຫຼົ່ານີ້ ລ້ວນແຕ່ປ່ຽນແປງໃນໄລຍະສັ້ນຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ສະພາບພື້ນຖານທີ່ເສດຖະກິດຈີນມີທ່າອ່ຽງດີຂຶ້ນແລະດີຂຶ້ນເປັນເວລາຍາວນານນັ້ນບໍ່ໄດ້ມີການປ່ຽນແປງ,ປັດໄຈແລະເງື່ອນໄຂທີ່ຄ້ຳຊູການພັດທະນາໃຫ້ມີຄຸນນະພາບສູງນັ້ນກໍ່ບໍ່ມີການປ່ຽນແປງ,ຈຸດພິເສດຂອງເສດຖະກິດຈີນມີແຮງຕ້ານທານຢ່າງພຽງພໍ ມີກຳລັງບົ່ມຊ້ອນອັນມະຫາສານແລະມີໂອກາດການພັດທະນາຢ່າງຫຼວງຫຼາຍນັ້ນກໍ່ບໍ່ໄດ້ປ່ຽນແປງ. ພາຍໃຕ້ການປະສານສົມທົບລະຫວ່າງການປ້ອງກັນຄວບຄຸມພະຍາດໂຄວິດ-19 ກັບການພັດທະນາເສດຖະກິດສັງຄົມທີ່ໄດ້ ຮັບການສະໜັບສະໜູນດ້ານນະໂຍບາຍແລະມາດຕະການຕ່່າງໆທີ່ມີ່ປະສິດທິຜົນສູງ, ເສດຖະກິດຂອງຈີນຈະສາມາດຜ່ານຜ່າຜົນກະທົບຈາກພະຍາດໂຄວິດ-19 ໄດ້,ແລະສາມາດຮັກສາຄວາມໝັ້ນທ່ຽງແລະຈັງຫວະການເພີ່ມຂຶ້ນໄດ້ເທື່ອລະກ້າວແລະສາມາດສືບຕໍ່ການພັດທະນາໄດ້ຢ່າງໝັ້ນທ່ຽງແລະປອດໃສ.