ເລຂາທິການໃຫຍ່ອົງການໂອເປັກກ່າວວ່າ: ມາດຕະການລົງໂທດເວເນຊູເອລາ ຂອງອາເມຣິກາ ກະທົບຕໍ່ການສະໜອງພະລັງງານໃນທົ່ວໂລກ

2022-05-16 17:23:06 CRI

ຫວ່າງກ່ອນນີ້ບໍ່ດົນ, ທ່ານໂມຮາແມັດ ຊານຸຊີ ບາກິນໂດ ເລຂາທິການໃຫຍ່ອົງການປະເທດສົ່ງອອກນ້ຳມັນເຊື້ອໄຟ ຫຼື ໂອເປັກກ່າວວ່າ, ມາດຕະການລົງໂທດເວເນຊູເອລາໃນດ້ານເສດຖະກິດຂອງອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ການສະໜອງພະລັງງານໃນທົ່ວໂລກ.


ຫວ່າງກ່ອນນີ້ບໍ່ດົນ, ທ່ານບາກິນໂດໄດ້ໃຫ້ສຳພາດຕໍ່ສື່ມວນຊົນເວເນຊູເອລາ ໂດຍກ່າວວ່າ, ອາເມຣິກາໃຊ້ມາດຕະການລົງໂທດ ຕໍ່ເວເນຊູເອລາ ໃນດ້ານເສດຖະກິດ ໄດ້ເຮັດໃຫ້ປະເທດອື່ນໆທີ່ກ່ຽວຂ້ອງໄດ້ຮັບຜົນກະທົບຈາກຄວາມສາມາດດ້ານການຜະລິດ ແລະ ສົ່ງອອກນ້ຳມັນເຊື້ອໄຟໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ໄດ້ລະເມີດສິດຜົນປະໂຫຍດຂອງປະຊາຊົນປະເທດອື່ນໃນການຊົມໃຊ້ພະລັງງານ.


ນັບແຕ່ປີ 2018 ເປັນຕົ້ນມາ, ອາເມຣິກາໄດ້ເລີ່ມໃຊ້ມາດຕະການລົງໂທດດ້ານເສດຖະກິດ ແລະ ປິດກັ້ນດ້ານການເງິນຂອງເວເນຊູເອລາຢ່າງຮອບດ້ານ, ເຊິ່ງລວມທັງການຫ້າມບໍ່ໃຫ້ເວເນຊູເອລາສົ່ງອອກນ້ຳມັນດິບ, ປັດເຂ່ຍລະບົບການເງິນຂອງເວເນຊູເອລາອອກນອກລະບົບການໂອນເງິນລະຫວ່າງທະນາຄານຂອງໂລກ ແລະອື່ນໆ. ລັດຖະບານເວເນຊູເອລາຄາດຄະເນວ່າ, ມາດຕະການລົງໂທດແຕ່ຝ່າຍດຽວທີ່ຜິດກົດໝາຍຂອງອາເມຣິກາໄດ້ເຮັດໃຫ້ເວເນຊູເອລາປະສົບຜົນເສຍຫາຍດ້ານເສດຖະກິດຫຼາຍກວ່າ 100 ຕື້ໂດລາສະຫະລັດ.