ທ່ານປູຕິນກ່າວວ່າ: ທາດແທ້ຂອງອາເມຣິກາທີ່ສ້າງຫ້ອງທົດລອງຊີວະພາບຢູ່ອູແກຼນກໍ່ເພື່ອຄົ້ນຄວ້າພັດທະນາອາວຸດຊີວະພາບ

2022-05-17 16:57:50 CRI


ວັນທີ 16 ພຶດສະພານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ, ອາເມຣິກາສ້າງຫ້ອງທົດລອງຊີວະພາບຢູ່ພື້ນທີ່ຂອງປະເທດໃນອະດີດສະຫະພາບໂຊວຽດ ແມ່ນມີຈຸດປະສົງເພື່ອເກັບສະສົມວັດຖຸຊີວະພາບ, ຄົ້ນຄວ້າຈຸດພິເສດໃນການແຜ່ລະບາດຂອງພະຍາດປະເພດຮ້າຍແຮງ, ແຕ່ທາດແທ້ຂອງການສ້າງຫ້ອງທົດລອງຊີວະພາບຢູ່ອູແກຼນກໍເພື່ອຄົ້ນຄວ້າພັດທະນາອາວຸດຊີວະພາບ.


ເວັບໄຊວັງແກຼມແລ້ງໄດ້ແຈ້ງຂ່າວວ່າ, ທ່ານປູຕິນໄດ້ກ່າວໃນກອງປະຊຸມສຸດຍອດຂອງອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ ຫຼື CSTO ທີ່ຈັດຂຶ້ນໃນມື້ດຽວກັນວ່າ, ການເຄື່ອນໄຫວກ່ຽວກັບຊີວະພາບທາງການທະຫານຂອງອາເມຣິກາຢູ່ພື້ນທີ່ຂອງປະເທດໃນອະດີດສະຫະພາບໂຊວຽດໄດ້ເປັນສຽງລະຄັງເຕືອນຣັດເຊຍມາແຕ່ດົນແລ້ວ. ທ່ານກ່າວວ່າ: “ກະຊວງປ້ອງກັນປະເທດອາເມຣິກາໄດ້ສ້າງຫ້ອງທົດລອງ ແລະ ສູນຄົ້ນຄວ້າຊີວະພາບຫຼາຍສິບແຫ່ງຢູ່ເຂດແຄວ້ນດຽວກັນຂອງພວກເຮົາ, ການເຄື່ອນໄຫວຂອງເຂົາເຈົ້າບໍ່ແມ່ນເພື່ອໃຫ້ການຊ່ວຍເຫຼືອດ້ານການແພດແກ່ປະຊາຊົນໃນພາກພື້ນນີ້.”


ທ່ານປູຕິນກ່າວຕື່ມວ່າ, ໃນໄລຍະທີ່ປະຕິບັດການເຄື່ອນໄຫວພິເສດທາງການທະຫານຢູ່ອູແກຼນ, ຣັດເຊຍໄດ້ຮັບເອກະສານທີ່ສາມາດພິສູດວ່າ, ຢູ່ເຂດໃກ້ຊາຍແດນຣັດເຊຍໄດ້ປະກົດມີເຄື່ອງປະກອບອາວຸດຊີວະພາບເຊິ່ງເປັນການລະເມີດ “ສົນທິສັນຍາເກືອດຫ້າມອາວຸດຊີວະພາບ”.