ລັດຖະມົນຕີຕ່າງປະເທດກຸ່ມ G7 ໄດ້ອອກຖະແຫຼງການໂດຍຊູຊີກ່າວເຖິງຫົວຂໍ້ ທີ່ກ່ຽວພັນກັບຈີນ

2022-05-17 12:49:15 cri


ຕໍ່ກັບເລື່ອງທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ G7 ໄດ້ອອກ ຖະແຫຼງການໂດຍຊູຊີ ກ່າວເຖິງຫົວຂໍ້ທີ່ກ່ຽວພັນເຖິງຈີນ,ທ່ານຈ້າວລີ້ຈ່ຽນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 16 ພຶດສະພານີ້ວ່າ: ຖະແຫຼງການດັ່ງກ່າວບໍ່ເອົາຫົວຊານຳຈຸດຢືນອັນເຄັ່ງຂືມແລະຄວາມຈິງທີ່ພາວະວິ ໄສ,ບັງອາດແຊກແຊງວຽກງານພາຍໃນຂອງຈີນ,ມີເຈດຕະນາຮ້າຍໃສ່ຮ້າຍປ້າຍສີປະເທດຈີນ,ພ້ອມທັງໃຊ້ແຮງກົດດັນປະເທດຈີນອີກໂດຍນຳໃຊ້ການສູ້ຮົບກັນລະ ຫວ່າງຣັດເຊຍ-ອູແກຣນແລະອື່ນໆເປັນຂໍ້ອ້າງ,ແລະໃຊ້ຖ້ອຍຄຳທີ່ໄຮ້ສາລະແລະບໍ່ມີຄ່າທີ່ຈະຕອບໂຕ້ເລີຍ.


ມີນັກຂ່າວຖາມວ່າ:ວັນທີ່ 14 ພຶດສະພານີ້,ລັດຖະມົນຕີກະຊວງຕ່າງປະເທດ ກຸ່ມ G7 ໄດ້ອອກຖະແຫຼງການ,ມີຫຼາຍບ່ອນໄດ້ກ່າວເຖິງຫົວຂໍ້ທີ່ພົວພັນເຖິງ ປະເທດຈີນ, ເຊັ່ນ:ຮົງກົງ ຊິນຈ່ຽງ ບັນຫາສິດທິມະນຸດ ບັນຫາກ່ຽວກັບທະເລ ສະຖານະການຢູ່ອູແກຣນພ້ອມດ້ວຍບັນຫາສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນເປັນຕົ້ນ.ຕໍ່ກັບເລື່ອງນີ້,ທ່ານຈ້າວລີຈ່ຽນກ່າວວ່າ:ຈຸດຢືນຂອງປະເທດຈີນໃນບັນຫາກ່ຽວກັບຮົງກົງ ຊິນຈ່ຽງ ໄຕ້ຫວັນ ບັນຫາທະເລແລະອື່ນໆແມ່ນ ສະເໝີຕົ້ນສະເໝີປາຍແລະຈະແຈ້ງ,ຝ່າຍຈີນໄດ້ສະແດງຈຸດຢືນຄັດຄ້ານກ່ຽວກັບ ເລື່ອງນີ້ຢ່າງເດັດດ່ຽວຕໍ່ປະເທດປະທານຂອງກຸ່ມ G7 ແລ້ວ.


ທ່ານຈ້າວລີ້ຈ່ຽນກ່າວເນັ້ນໜັກວ່າ:ຈີນທວງໃຫ້ກຸ່ມ G7 ແບກຫາບຄວາມ ຮັບຜິດຊອບຂອງຕົນ,ປະຕິບັດຕາມພັນທະສາກົນເທົ່າທີ່ຄວນ,ປົກປັກຮັກສາລັດທິຫຼາຍຝ່າຍທີ່ແທ້ຈິງ,ສຸມໃສ່ການຄຸ້ມຄອງໂລກ,ເພີ່ມທະວີການຮ່ວມມືກັບກົນໄກ ຫຼາຍຝ່າຍເຊັ່ນ:ອົງການສະຫະປະຊາຊາດແລະກຸ່ມ G20 ເປັນຕົ້ນ,ເສີມຂະ ຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຮັບມືກັບສິ່ງທ້າທາຍທົ່ວໂລກແລະຊຸກຍູ້ການຟື້ນຟູເສດຖະກິດໂລກ,ແຕ່ບໍ່ຄວນຍຶດໝັ້ນໃນແນວຄິດສົງຄາມເຢັນແລະ ແນວຄິດອະຄະຕິດ້ານຮູບຖານຈິດສຳນຶກ,ສ້າງກຸ່ມກ້ອນນ້ອຍທາງການເມືອງທີ່ຄັບແຄບ,ສ້າງຄວາມເປັນປໍລະປັກກັນແລະການແບ່ງແຍກດ້ວຍນ້ຳມືຂອງຄົນທີ່ຢາກໃຫ້ໂລກມີແຕ່ຄວາມວຸ້ນວາຍປັ່ນປ່ວນ.