ຜູ້ທີ່ໄດ້ຮັບການສຶກສາຊັ້ນສູງຂອງຈີນມີເຖິງ 240 ລ້ານຄົນ

2022-05-17 16:29:56 CRI

ວັນທີ 17 ພຶດສະພານີ້, ກະຊວງສຶກສາທິການຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳສະພາບການກ່ຽວກັບໝາກຜົນແຫ່ງການປະຕິຮູບ ແລະ ການພັດທະນາການສຶກສາຊັ້ນສູງຂອງຈີນນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ.


ຕາມຂ່າວແຈ້ງວ່າ, ຈີນໄດ້ສ້າງລະບົບການສຶກສາຊັ້ນສູງທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ, ຈຳນວນນັກສຶກສາທີ່ເຂົ້າໂຮງຮຽນມີທັງໝົດຫຼາຍກວ່າ 44,3 ລ້ານຄົນ, ອັດຕາເຂົ້າຮຽນໃນໂຮງຮຽນຊັ້ນສູງໄດ້ເພີ່ມຂຶ້ນຈາກ 30% ໃນປີ 2012, ເປັນ 57,8% ໃນປີ 2021.


ປະຊາກອນຈີນທີ່ໄດ້ຮັບການສຶກສາຊັ້ນສູງມີເຖິງ 240 ລ້ານຄົນ, ເວລາໄດ້ຮັບການສຶກສາສະເລ່ຍຕໍ່ຫົວຄົນຂອງແຮງງານທີ່ເພີ່ມຂຶ້ນໃໝ່ມີເຖິງ 13,8 ປີ, ໂຄງປະກອບຂອງແຮງງານທີ່ມີຄຸນນະພາບໄດ້ເກີດມີການປ່ຽນແປງອັນໃຫຍ່ຫຼວງ. ການສຶກສາຊັ້ນສູງໄດ້ມີການປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງໃນດ້ານຮູບແບບການສ້າງຊັບພະຍາກອນມະນຸດ, ຮູບແບບການຮຽນການສຶກສາ, ໂຄງປະກອບການຄຸ້ມຄອງ, ກົນໄກການຮັບປະກັນ ແລະອື່ນໆ, ເຊິ່ງໄດ້ສ້າງສິ່ງຮັບປະກັນທີ່ເຂັ້ມແຂງໃຫ້ແກ່ການສ້າງສູນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດສຳຄັນ ແລະ ການສ້າງຖານຍຸດທະສາດດ້ານການປະດິດສ້າງໃໝ່ຂອງໂລກ.