ຈັກເຈາະອຸມົງຂອງຈີນປະສົບຜົນສຳເລັດໃນວຽກງານທີ່ຫຍຸ້ງຍາກ

2022-05-17 22:55:15 cri


    ເຄື່ອງມືຊ່າງທີ່ໃຊ້ໃນການເຈາະ, ຜັນ ຫຼື ຜຸນ ຈະເອີ້ນວ່າ “ສະວັ່ນ” ແຕ່ເຄື່ອງມືທີ່ເວົ້າເຖິງໃນທີ່ນີ້ມັນເປັນເຄື່ອງມືທີ່ໃຊ້ແຮງຈັກຂະໜາດໃຫຍ່ ຈຶ່ງເອີ້ນວ່າ “ຈັກເຈາະອຸມົງ. ທຳມະດາແລ້ວ, ພວກເຮົາອາດຈະບໍ່ເຫັນເຄື່ອງຈັກດັ່ງກ່າວ ເພາະປົກກະຕິແລ້ວມັນຈະຖືກໃຊ້ວຽກຢູ່ໃຕ້ດິນ ຫຼື ຢູ່ໃນຖ້ຳ, ເປັນເຄື່ອງຈັກທີ່ໃຊ້ໃນການສ້າງທາງລົດໄຟໃຕ້ດິນ, ທາງລົດໄຟ, ທາງຫຼວງ, ອຸມົງແລະພື້ນຖານໂຄງລ່າງອື່ນໆ. ຍ້ອນມີລະບົບທີ່ສັບຊ້ອນ, ລະດັບເຕັກນິກກໍ່ສູງ ຈຶ່ງມີບາງຄົນເອີ້ນມັນວ່າ “ໄຂ່ມຸກທີ່ຕິດຢູ່ເທິງມົງກຸດ” ຂອງວົງການກົນຈັກ. ເມື່ອ 20 ປີກ່ອນ, ການກໍ່ສ້າງໂຄງການໃຫຍ່ທີ່ສຳຄັນ, ການໃຊ້ ຈັກເຈາະອຸມົງຂອງຈີນໄດ້ອາໄສການນຳເຂົ້າຈາກຕ່າງປະເທດມາໂດຍຕະຫຼອດ. ແຕ່ໃນ ປີກາຍນີ້, ຈັກເຈາະອຸໂມງທີ່ຈີນຜະລິດໄດ້ກວມຫຼາຍກວ່າ 90% ຂອງຕະຫຼາດພາຍໃນ ປະເທດ, ກວມເກືອບ 70% ຂອງຕະຫຼາດສາກົນ.

ນະຄອນຄຸນໝິງແຂວງຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ຈັກເຈາະຫີນແຂງ “ຫົງຢີ້” ທີ່ມີເສັ້ນຜ່າກາງໃຫຍ່ທີ່ສຸດໃນໂລກທີ່ໃຊ້ໃນໂຄງການສົ່ງນ້ຳ.

ວັນທີ 10 ມີນາ, ຈັກເຈາະອຸມົງ“ຢີ່ງຊົງ”ທີ່ກຳລັງເຮັດວຽກຢູ່ໃຕ້ດິນເລິກ 30 ກວ່າແມັດ, ຢູ່ໃນເຂດເຈາະອຸມົງທີ່ຍາວທີ່ສຸດ ຂອງໂຄງການທາງລົດໄຟ ໃຕ້ດິນສາຍສຽນຊ່ວນ-ອູຮ້ານ ພາກກາງຂອງຈີນ, ໄດ້ເຈາະໄປແລ້ວເກືອບ 5 ກິໂລແມັດ ແຕ່ໃນທີ່ສຸດອຸມົງກໍຖືກເຈາະຈົນຊອດ.

ນະຄອນເຈີ້ງໂຈ່ວ, ແຂວງເຫີນານທາງພາກກາງຂອງຈີນ.ກຳມະກອນພວມແບ່ງ ຈັກເຈາະອຸມົງລຸ້ນ earth pressure balanced(EPB) ເລກ 1006 ຂອງບໍລິສັດ ທາງລົດໄຟຈີນເພື່ອສົ່ງອອກໄປສູ່ນະຄອນເຊອຸນຂອງສ ເກົາຫຼີ ແລະໄດ້ນໍາໃຊ້ໃນການກໍ່ສ້າງ ໂຄງການທາງລົດໄຟໃຕ້ດິນ.

ກຳມະກອນພວມຕິດຕັ້ງຈັກເຈາະອຸມົງຈຸ້ຍລີ້ເລກ 1 ທີ່ນະຄອນຈີ້ງຈ່ຽງ, ແຂວງຈ່ຽງຊູ່ ພາກຕາເວັນອອກຂອງຈີນ.

ກຳມະກອນພວມປັບ ແລະ ທົດລອງຈັກເຈາະອຸມົງຢູ່ໂຄງການທາງໃຕ້ດິນຂອງຖະໜົນຢີນໂຈ່ວ-ຟູຊີ້ງ ຂອງນະຄອນໜິງໂປ່, ແຂວງເຈີ້ຈ່ຽງທາງພາກຕາເວັນອອກຂອງຈີນ.