ກອງປະຊຸມສຸດຍອດຂອງອົງການ CSTO ໄດ້ຈັດຂຶ້ນຢູ່ມົສກູ

2022-05-17 14:38:20 cri

ວັນທີ 16 ພຶດສະພານີ້, ກອງປະຊຸມສຸດຍອດອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ ຫຼື CSTO ໄດ້ຈັດຂຶ້ນຢູ່ນະຄອນຫຼວງມົສກູປະເທດຣັດເຊຍ. ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມຕົ້ນຕໍໄດ້ປຶກສາຫາລືບັນຫາກ່ຽວກັບການຮ່ວມມືກັນພາຍໃນຂອບຂອງອົງການ CSTO, ບັນຫາຈຸດສຸມຂອງສາກົນແລະພາກພື້ນ, ການປັບປຸງລະບົບຄວາມໝັ້ນຄົງລວມໝູ່ໃຫ້ດີຂຶ້ນຕື່ມອີກ ແລະອື່ນໆ.



ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານນິໂກນ ປາຊິນນຽນ ນາຍົກລັດຖະມົນຕີອາກເມນີ, ທ່ານອາເລັກຊັນເດີ ລູກາເຊັນໂກ ປະທານາທິບໍດີເບລາຣູຊີ, ທ່ານໂຕກາເຢຟ ປະທານາທິບໍດີກາຊັກສະຖານ, ທ່ານຊາດື ຊາປາໂຣຟ ປະທານາທິບໍດີກຽກກິສະຖານ ແລະທ່ານອີໂມມາລີ ຣາມອນ ປະທານາທິບໍດີຕັດຊີກີສະຖານ ໄດ້ເຂົ້າຮ່ວມກອງປະຊຸມ ແລະໄດ້ລົງລາຍເຊັນໃນຖະແຫຼງການຮ່ວມ.

ຖະແຫຼງການສະບັບນີ້ໄດ້ລະບຸວ່າ: ອົງການ CSTO ມີໜ້າທີ່ຄວາມຮັບຜິດຊອບໃນການຮັບປະກັນໃຫ້ມີສັນຕິພາບຖາວອນຢູ່ພາກພື້ນເອີຣົບແລະອາຊີ ໂດຍເຫັນວ່າ: ການຜ່ອນຄາຍສະຖານະການຄວາມເຄັ່ງຕຶງໃນພາກພື້ນນີ້ມີຄວາມສຳຄັນຢ່າງຍິ່ງ ແລະກ່າວເນັ້ນໜັກວ່າ: ຍິນດີ CSTO ຮ່ວມມືທີ່ຕິດແທ້ຕົວຈິງກັບອົງການນາໂຕ. ອົງການ CSTO ຈະຍຶດໝັ້ນການປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດສະມາຊິກ, ສຸມກຳລັງເຂົ້າໃນການປັບປຸງຄວາມໝັ້ນຄົງຂອງພາກພື້ນກໍຄືຂອງໂລກ, ຈະແກ້ໄຂບັນຫາສາກົນຕາມກົດລະບຽບແລະຫຼັກການຂອງກົດໝາຍສາກົນທີ່ໄດ້ຮັບຮູ້ນຳກັນ. ອົງການ CSTO ຍິນດີລົງເລິກການຮ່ວມມືກັບອົງການ ສປຊ ແລະອົງການຈັດຕັ້ງສາກົນແລະພາກພື້ນອື່ນໆ ພ້ອມດ້ວຍປະເທດທີ່ກ່ຽວຂ້ອງ.