ຈີນຕັ້ງໜ້າຊຸກຍູ້ວຽກງານວິທະຍາສາດເຕັກນິກເພື່ອຊ່ວຍຜູ້ອາຍຸສູງຊົມໃຊ້ຊີວິດທີ່ສະດວກວ່ອງໄວ

2022-05-17 14:37:45 cri



ວັນທີ 17 ພຶດສະພາ ແມ່ນວັນສັງຄົມຂໍ້ມູນຂ່າວສານ ແລະໂທລະຄົມໂລກ, ຄຳຂວັນຂອງປີນີ້ແມ່ນ “ເຕັກນິກດິຈີຕອນເພື່ອຜູ້ອາຍຸສູງແລະອາຍຸສູງດ້ວຍສຸຂະພາບທີ່ແຂງແຮງ”



 “ການເຄົາລົບແລະໃຫ້ກຽດຜູ້ອາຍຸສູງແມ່ນຄຸນນະທຳທີ່ເປັນມູນເຊື້ອຂອງປະຊາຊາດຈີນ,ຮັກແພງແລະຊ່ວຍເຫຼືອຜູ້ອາຍຸສູງເປັນໜ້າທີ່ຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ.”ນີ້ຄືຄຳຮຽກຮ້ອງຂອງທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງໄປເຖິງທົ່ວສັງຄົມຈີນ.



 ໃນສັງຄົມປັດຈຸບັນ, ມັນຕ່າງກັນກັບໄວໜຸ່ມ, ຜູ້ອາຍຸສູງໄດ້ປະສົບກັບບັນຫາຫຍຸ້ງຍາກທີ່ບໍ່ລຶ້ງໃຊ້ເຕັກນິກດິຈີຕອນ, ສະນັ້ນຈິ່ງຍາກທີ່ຈະຊົມໃຊ້ຫມາກຜົນຈາກເຕັກນິກດິຈີຕອນຢ່າງເຕັມສ່ວນ. ເພື່ອຊຸກຍູ້ໃຫ້ຜູ້ອາຍຸສູງເຂົ້າເຖິງອິນເຕີເນັດແລະ ເຕັກນິກດິຈີຕອນພ້ອມທັງໃຊ້ເປັນແລະຢາກໃຊ້ເຕັກນິກນີ້, ຈີນໄດ້ຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວສະເພາະເພື່ອປັບປຸງເຕັກນິກອິນເຕີເນັດໃຫ້ເໝາະສຳລັບຜູ້ອາຍຸສູງໂດຍໄຮ້ອຸປະສັກ, ຊຸກຍູ້ການນຳໃຊ້ເຕັກນິກ 5G ແລະປັນຍາປະດິດສຳລັບຜູ້ອາຍຸສູງທີ່ມີສຸຂະພາບເຂັ້ມແຂງ.



ເຕັກນິກດິຈີຕອນໄດ້ນຳເອົາໂອກາດມາໃຫ້ຜູ້ອາຍຸສູງມີສຸຂະພາບເຂັ້ມແຂງກວ່າເກົ່າ. ການນຳໃຊ້ Internet of ThingsຫຼືIOT,ເຕັກນິກ5G, ປັນຍາປະດິດ, ບິກດາຕາແລະເຕັກນິກອື່ນໆໄດ້ຊ່ວຍຊຸກຍູ້ໃຫ້ມີການບຸກທະລຸຈາກການຄົ້ນຄວ້າ ພັດທະນາຢາປິ່ນປົວພະຍາດຈົນຮອດການບົ່ງມະຕິແລະການປິ່ນປົວ, ເຊິ່ງໄດ້ ຍົກສູງປະສິດທິພາບແລະຄຸນນະພາບຂອງການບໍລິການປິ່ນປົວ, ແລະກໍສາມາດເຮັດໃຫ້ການປິ່ນປົວທາງໄກ, ການຄຸ້ມຄອງສຸຂະພາບເຂດຊຸມຊົນຕະຫຼອດຮອດຜູ້ອາຍຸສູງສາມາດຕິດຕາມສຸຂະພາບໄດ້ທຸກເວລາຢູ່ທຸກທີ່ແລະເບິ່ງແຍງສຸ ຂະພາບດ້ວຍຕົນເອງນັ້ນປາກົດຜົນເປັນຈິງ ເຊິ່ງໄດ້ຍົກສູງລະດັບສຸຂະພາບ ແລະຄຸນນະພາບຊີວິດການເປັນຢູ່ຂອງຜູ້ອາຍຸສູງໄດ້ຢ່າງພົ້ນເດັ່ນ.

   ໃນຕໍ່ໜ້າ, ຈີນຈະຊຸກຍູ້ການສ້າງສັງຄົມດິຈີຕອນທີ່ພິຈາລະນາເຖິງຄວາມ ຮຽກຮ້ອງຕ້ອງການຂອງຜູ້ອາຍຸສູງຢ່າງເຕັມສ່ວນຕື່ມອີກ, ເພື່ອຊ່ວຍຜູ້ອາຍຸສູງ ບໍ່ພຽງແຕ່ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນການໃຊ້ເຕັກນິກດິຈີຕອນໃນຊີວິດ ປະຈຳວັນເທົ່ານັ້ນ, ຍັງສາມາດຊົມໃຊ້ໝາກຜົນຈາກເຕັກນິກດິຈີຕອນອີກດ້ວຍ. ເພື່ອ ບັນລຸເປົ້າໝາຍສັງຄົມຜູ້ອາຍຸສູງທີ່ມີສຸຂະພາບເຂັ້ມແຂງດ້ວຍການຄ້ຳຊູ ຈາກເຕັກນິກດິຈີຕອນ, ເຮັດໃຫ້ຜູ້ອາຍຸສູງມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມປອດໄພຫຼາຍຂຶ້ນກວ່າເກົ່າ, ເຮັດໃຫ້ເຕັກນິກດິຈີຕອນ ເພີ່ມຄວາມສົມບູນພູມສຸກໃຫ້ແກ່ປະຊາຊົນຢ່າງຮອບດ້ານ.