ທ່ານຫວາງຢີ້ຈະເປັນປະທານກອງປະຊຸມພົບປະລະຫວ່າງລັດຖະມົນຕີການຕ່າງປະເທດກຸ່ມປະເທດບຣິກສ

2022-05-18 22:23:48 CRI


    ວັນທີ 18 ພຶດສະພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ວັນທີ 19 ພຶດສະພານີ້, ກອງປະຊຸມພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຂອງກຸ່ມປະເທດບຣິກສຈະຈັດຂຶ້ນຜ່ານທາງວີດີໂອ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເປັນປະທານກອງປະຊຸມ. ລັດຖະມົນຕີກະຊວງການຕ່າງປະເທດຂອງອາຟຣິກາໃຕ້, ບຣາຊິນ, ຣັດເຊຍ, ແລະອິນເດຍຈະເຂົ້າຮ່ວມ. ໃນໄລຍະດຳເນີນກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດບຣິກສຍັງຈະສົນທະນາກັບລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດທີ່ເປັນຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາດ້ວຍຮູບການ “ບຣິກສ +”.