ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຈັດກອງປະຊຸມສະເພາະເພື່ອຊຸກຍູ້ເສດຖະກິດດິຈີຕອນໃຫ້ພັດທະນາຢ່າງຕໍ່ເນື່ອງແລະປອດໃສ

2022-05-18 11:40:20 cri



ວັນທີ 17 ພຶດສະພານີ້, ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ຈັດກອງປະຊຸມສະເພາະເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ເສດຖະກິດດິຈີຕອນໃຫ້ພັດທະນາຢ່າງຕໍ່ເນື່ອງແລະປອດໃສ.

ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນເກືອບ 100 ທ່ານໄດ້ເຂົ້າຮ່ວມກອງປະຊຸມ, ມີສະມາຊິກສະພາ,ຜູ້ຊ່ຽວຊານ 29 ທ່ານໄດ້ປະກອບຄຳເຫັນ, ສະມາຊິກສະພາ 140 ກວ່າທ່ານໄດ້ປະກອບຄຳເຫັນຜ່ານເວທີທາງ ອິນເຕີເນັດສຳລັບການປະຕິບັດໜ້າທີ່ຕຳແໜ່ງຂອງສະມາຊິກສະພາ. ບັນດາສະມາຊິກ ສະພາເຫັນວ່າ: ຈີນມີຖານະໝັ້ນຄົງໃນການເປັນປະເທດໃຫຍ່ດ້ານການພັດທະນາ ເສດຖະກິດດິຈີຕອນ, ມີອະນາຄົດການພັດທະນາທີ່ກວ້າງຂວາງ. ຄວນເສີມ ຂະຫຍາຍທ່າແຮງດ້ານລະບອບເພື່ອເຕົ້າໂຮມກຳລັງແຮງທົ່ວປະເທດເຂົ້າໃນການພັດທະນາວຽກ ງານຕ່າງໆ ແລະເສີມຂະຫຍາຍທ່າແຮງທີ່ມີຕະຫຼາດຂະໜາດໃຫຍ່ທີ່ສຸດ, ເພີ່ມ ທະວີການພັດທະນາເຕັກນິກຂໍກຸນແຈທີ່ສຳຄັນແບບບຸກທະລຸ, ຄວ້າເອົາສິດເປັນເຈົ້າຕົນ ເອງໃນການພັດທະນາເສດຖະກິດດິຈີຕອນໄວ້ໃນກຳມືຂອງຕົນ. ຄວນຊຸກຍູ້ໃຫ້ ເສດຖະກິດດິຈີຕອນແລະເສດຖະກິດຮູບປະທຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຊັກຈູງໃຫ້ວິສາຫະກິດຂະໜາດກາງແລະນ້ອຍຫັນເປັນດິຈີຕອນ, ຂຸດຄົ້ນທ່າແຮງ ບົ່ມຊ້ອນດ້ານການພັດທະນາອິນເຕີເນັດອຸດສາຫະກຳຢ່າງເຕັມສ່ວນ, ຄວນກຳນົດແຈ້ງກ່ຽວກັບກຳມະສິດ, ສິດນຳໃຊ້, ສິດດຳເນີນທຸລະກິດ, ສິດໄດ້ຮັບຜົນປະໂຫຍດແລະສິດອື່ນໆກ່ຽວກັບຂໍ້ມູນ, ກະຕຸ້ນຄວາມມີຊີວິດຊີວາ ດ້ານການປະດິດສ້າງຂອງວິສາຫະກິດບົນພື້ນຖານຮັບປະກັນຄວາມປອດໄພຂອງເຄືອຂ່າຍອິນເຕີເນັດແລະຂໍ້ມູນຂອງຊາດ. ຄວນສົ່ງເສີມການຮ່ວມມືສາກົນ ດ້ານເສດຖະກິດດິຈີຕອນ, ຕັ້ງໜ້າເຂົ້າຮ່ວມຂະບວນການຄຸ້ມຄອງດິຈີຕອນຂອງໂລກ.