ສັງຄົມອາເມຣິກາແຕກແຍກຍາກທີ່ຈະແກ້ໄຂຄວາມເຈັບແສບທີ່ເກີດຈາກເລື່ອງໂສກນາດຕະກຳ

2022-05-18 15:07:51 cri



ປະຊາຊົນ 1 ລ້ານຄົນເສຍຊີວິດຈາກພະຍາດໂຄວິດ-19! ນີ້ຄືຄວາມເປັນຈິງຢູ່ອາເມຣິກາພາຍໃຕ້ເງົາມືດແຫ່ງການລະບາດຂອງພະຍາດໂຄວິດ-19. ວາລະສານ Forbes ອາເມຣິກາໄດ້ລົງພິມບົດຄວາມທີ່ພາດຫົວຂໍ້ວ່າ “ນີ້ຄືອາເມຣິກາຫຼັງຈາກ1 ລ້ານຄົນເສຍຊີວິດຈາກພະຍາດໂຄວິດ-19” ໂດຍລະ ບຸວ່າ: ພະຍາດໂຄວິດ-19 ໄດ້ກາຍເປັນສາເຫດສຳຄັນອັນດັບສາມທີ່ພາໃຫ້ຄົນເສຍຊີວິດຢູ່ອາເມຣິກາ, ເຊິ່ງຈຳນວນຜູ້ເສຍຊີວິດແມ່ນເທົ່າກັບຈຳນວນຜູ້ເສຍຊີວິດ ຈາກໄຂ້ຫວັດໃຫຍ່ໃນຮອບ10ປີຜ່ານມານັ້ນເກືອບ 3 ເທົ່າ, ແລະລື່ນກາຍຍອດ ຈຳນວນຜູ້ເສຍຊີວິດຈາກພະຍາດເອດໃນຮອບ40ປີຜ່ານມາ, ເທົ່າກັບເກືອບ 2 ເທົ່າຂອງຈຳນວນຄົນອາເມຣິກາທີ່ເສຍຊີວິດໃນສົງຄາມໂລກສອງຄັ້ງຜ່ານມາ. ທ່ານອັນໂຕນີ ໂຟຊີ ຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງອາເມຣິກາໄດ້ເອີ້ນຕົວເລກນີ້ວ່າເປັນ “ຂີດໝາຍສຳຄັນທີ່ໜ້າເສົ້າທີ່ສຸດໃນປະຫວັດສາດ.”

  ສິ່ງທີ່ໜ້າເສົ້າກວ່ານັ້ນແມ່ນສະພາບພະຍາດໂຄວິດ-19 ໄດ້ກາຍເປັນເຄື່ອງມືທາງການເມືອງທີ່ບັນດານັກການເມືອງອາເມຣິການຳໃຊ້ເພື່ອກ່າວໂຈມຕີກັນ, ເຮັດໃຫ້ສັງຄົມອາເມຣິກາຕົກຢູ່ໃນສະພາບແຕກແຍກ. ແມ່ນແຕ່ຈະຄວນໃຊ້ມາດຕະການປ້ອງກັນພະຍາດຂັ້ນພື້ນຖານຕ່າງໆເຊັ່ນ ສັກວັກຊິນ, ໃສ່ຜ້າປິດປາກຫຼືບໍ່ນັ້ນ ກໍລ້ວນແຕ່ພາໃຫ້ເກີດມີການໂຕ້ຖຽງກັນຢ່າງກວ້າງຂວາງຢູ່ອາເມຣິກາ. ເພື່ອຜົນປະໂຫຍດສ່ວນຕົວແລະຜົນປະໂຫຍດຂອງພັກພວກຕົນເອງ, ນັກການເມືອງຈຳນວນໜຶ່ງໄດ້ປ່າວປະກາດຖ້ອຍຄຳກ່ຽວກັບກົນອຸບາຍ ເພື່ອສ້າງຄວາມເຂົ້າໃຈຜິດໃຫ້ກັບມວນຊົນ.  ທ່ານໂຈເຊັຟ ວານຣອນ ຫົວໜ້າຜູ້ຊີ້ນຳການປິ່ນປົວສຸກເສີນແລະປິ່ນປົວພະຍາດໂຄວິດ-19ຂອງສູນການແພດແຫ່ງຄວາມຊົງຈຳຮີວສຕັນອາເມຣິກາໄດ້ອຸທານອອກມາວ່າ: ຖ້າວ່າ ຊາວອາເມຣິກາຫຼາຍກວ່າເກົ່າໄດ້ຮັບການແນະນຳຢ່າງຖືກຕ້ອງ, ກໍຄົງຈະບໍ່ເຮັດໃຫ້ມີຄົນເສຍຊີວິດຍ້ອນພະຍາດໂຄວິດ-19 ຮອດ 1 ລ້ານຄົນ. ທ່ານມາກ ເອສເປີ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາກໍຊີ້ອອກວ່າ: ໄພຂົ່ມຂູ່ໃຫຍ່ທີ່ສຸດທີ່ອາເມຣິກາພວມປະເຊີນນັ້ນບໍ່ແມ່ນສະພາບການແຜ່ລະບາດຂອງພະຍາດ, ແຕ່ຫາກແມ່ນການຕໍ່ສູ້ທາງການເມືອງແບບຫົວຮຸນແຮງລະຫວ່າງສອງພັກຄື ພັກເດໂມເຄຣັດແລະພັກຣີພັບບຣິກັນ.