MF ປັບເພີ່ມຄວາມສຳຄັນຂອງຄ່າເງິນຢວນ

2022-05-18 12:21:31 cri



ຕໍ່ກັບເລື່ອງທີ່ເງິນຢວນຈີນໄດ້ຜ່ານການກວດກາສິດຖອນເງິນພິເສດແລະ ອົງການກອງທຶນເງິນຕາສາກົນຫຼືIMFໄດ້ປັບເພີ່ມຄວາມສຳຄັນຂອງຄ່າເງິນຢວນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 17 ພຶດສະພານີ້ວ່າ:ນີ້ແມ່ນການຢືນຢັນຈາກປະຊາຄົມ ໂລກຢ່າງເຕັມສ່ວນຕໍ່ຜົນສຳເລັດທີ່ຈີນໄດ້ຮັບໃນການປະຕິຮູບເປີດປະຕູສູ່ພາຍ ນອກກໍ່ຄືການພັດທະນາເສດຖະກິດສັງຄົມເຊິ່ງມີຜົນດີຕໍ່ການຍົກຖານະຂອງເງິນຢວນໃນເງິນຕາສຳຮອງສາກົນໃຫ້ສູງຂຶ້ນຕື່ມອີກເຊິ່ງຈະເປັນການເພີ່ມຄວາມໜ້າ ສົນໃຈຂອງສາກົນທີ່ມີຕໍ່ເງິນຢວນ.


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານວ່າງເວີນປິ່ນໄດ້ກ່າວ ວ່າ: “ໃນໄລຍະຕໍ່ໜ້າ,ປະເທດຈີນຈະສືບຕໍ່ຊຸກຍູ້ການປະຕິຮູບແລະເປີດປະຕູສູຸ່ ພາຍນອກຂອງຕະຫຼາດການເງິນຢ່າງໝັ້ນໜຽວບໍ່ປ່ຽນແປງ,ເຮັດໃຫ້ຂັ້ນຕອນການລົງທຶນຂອງນັກລົງທຶນຕ່າງປະເທດທີ່ເຂົ້າເຖິງຕະຫຼາດຂອງຈີນກະທັດຮັດຕື່ມອີກ, ເຮັດໃຫ້ປະເພດຊັບສິນທີ່ສາມາດລົງທຶນໄດ້ມີຄວາມອຸດົມສົມບູນຂຶ້ນ, ປັບປຸງການເຜີຍແຜ່ຂໍ້ມູນຂ່າວສານໃຫ້ສົມບູນຂຶ້ນ,ສືບຕໍ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ,ຂະຫຍາຍເວລາຊື່ຂາຍຂອງຕະຫຼາດເງິນຕາຕ່າງປະເທດລະ ຫວ່າງທະນາຄານ,ເພີ່ມຄວາມສະດວກໃນການລົງທຶນຢູ່ຕະຫຼາດຈີນໃຫ້ສູງຂຶ້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຫຼາຍກວ່າເກົ່າໃຫ້ແກ່ນັກລົງທຶນຕ່າງປະເທດແລະອົງການລົງທຶນສາກົນເຂົ້າມາລົງທຶນຢູ່ຕະຫຼາດປະເທດຈີນ.”