ຈີນທວງຍີ່ປຸ່ນອີກເທື່ອໜຶ່ງໃຫ້ຍົກເລີກຂໍ້ຕົກລົງທີ່ຜິດພາດທີ່ຈະປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ

2022-05-18 12:33:01 cri


ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 17 ພຶດສະພານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ:ຈີນທວງຍີ່ປຸ່ນອີກເທື່ອໜຶ່ງໃຫ້ເອົາໃຈໃສ່ນຳຄວາມກັງວົນທີ່ສົມເຫດສົມຜົນແລະຖືກຕ້ອງຂອງປະຊາຄົມໂລກແລະ ປະຊາຊົນພາຍໃນປະເທດຍີ່ປຸ່ນ,ຍົກເລີິກຂໍ້ຕົກລົງທີ່ຜິດພາດທີ່ຈະປ່ອຍນ້ຳປົນ ເປື້ອນລັງສີນີວເຄລຍລົງສູ່ທະເລ,ຢຸດຕິວຽກງານກະກຽມຕ່າງໆທີ່ຈະຊຸກຍູ້ການ ປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ,ປະຕິບັດຕາມພັນທະສາກົນເທົ່າທີ່ ຄວນຢ່າງແທ້ຈິງ.


ຕາມລາຍງານຂ່າວ,ຫວ່າງມໍ່ໆນີ້,ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນໄດ້ ເລີ່ມປະຕິບັດການຂຸດເຈາະພື້ນທະເລຢູ່ບໍລິເວນທະເລທີ່ຫ່າງຈາກໂຮງໄຟຟ້ານີວ ເຄລຍແຫ່ງທີໜຶ່ງຢູ່ຟູຄູຊີມະພຽງ 1 ກິໂລແມັດເພື່ອເປັນການກະກຽມໃຫ້ແກ່ການ ສ້າງປາກທໍ່ລະບາຍນ້ຳປົນເປື້ອນລັງສີນີວເຄລຍຢູ່ພື້ນທະເລ.ຕໍ່ກັບເລື່ອງນີ້, ທ່ານ ວ່າງເວີນປິ່ນກ່າວວ່າ:ຝ່າຍຈີນໄດ້ເອົາໃຈໃສ່ຕິດຕາມການລາຍງານຂ່າວດັ່ງກ່າວນີ້ແລ້ວ,ແລະໄດ້ສະແດງທ່າທີເປັນຫ່ວງຢ່າງເລິກເຊິ່ງ.


ທ່ານວ່າງເວີນປິ່ນຊີ້ອອກວ່າ:ຕໍ່ກັບຂໍ້ຕົກລົງທີ່ຜິດພາດຂອງຍີ່ປຸ່ນທີ່ຈະປ່ອຍ ນ້ຳປົນເປື້ອນລັງສັງນີວເຄລຍລົງສູ່ທະເລ,ປະເທດລຽບຕາມມະຫາສະໝຸດປາຊິຟິກ ເຊິ່ງລວມທັງປະເທດຈີນມີຄວາມເປັນຫ່ວງທີ່ສຸດພ້ອມທັງຄັດຄ້ານເລື່ອງນີ້ຢ່າງເດັດດ່ຽວ.