ຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດຂອງບັນດາປະເທດເພື່ອມາລົງທຶນແລະເຮັດທຸລະກິດຢູ່ຈີນ

2022-05-19 11:13:45 cri



  ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ພຶດສະພານີ້ວ່າ: ເມື່ອຈ້ອງເບິ່ງໃນອະນາຄົດແລ້ວ, ສະພາບພື້ນຖານ ຂອງເສດຖະກິດຈີນທີ່ມີຄວາມເຂັ້ນແຂງ, ມີກຳລັງບົ່ມຊ້ອນຢ່າງພຽງພໍ ແລະຂະຫຍາຍຕົວໄປໃນທິດທາງທີ່ດີໃນໄລຍະຍາວນັ້ນຈະບໍ່ປ່ຽນແປງ. ຈີນຈະສືບຕໍ່ລົງເລິກການປະຕິຮູບ, ເປີດກວ້າງການເປີດປະຕູສູ່ພາຍນອກ, ສ້າງສະພາບແວດລ້ອມການດຳເນີນ ທຸລະກິດຕາມຫຼັກການຕະຫຼາດ,ຄຸ້ມຄອງຕາມກົດໝາຍແລະເຊື່ອມໂຍງກັບສາກົນ ເພື່ອສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດຂອງບັນດາປະເທດໃນໂລກເຊິ່ງລວມທັງວິສາຫະກິດອາເມຣິກາເພື່ອລົງທຶນແລະເຮັດທຸລະກິດຢູ່ຈີນ.

 ຕາມຂ່າວແຈ້ງວ່າ: ເມື່ອມໍ່ໆມານີ້, ສະພາບການຄ້າອາເມຣິກາປະຈຳຈີນໄດ້ເຜີຍ ແຜ່ປຶ້ມປົກຂາວວ່າດ້ວຍວິສາຫະກິດອາເມຣິກາຢູ່ຈີນປີ2022 ໂດຍລະບຸວ່າ: ສະພາການຄ້າອາເມຣິກາປະຈຳຈີນເດັດດ່ຽວຄັດຄ້ານຈີນແລະອາເມຣິກາຕັດການພົວພັນກັນຢ່າງເຖິງຖອງ, ສະໜັບສະໜູນການເປີດກວ້າງຂອບເຂດຍົກເວັ້ນພາສີຕໍ່ ສິນຄ້າຈີນ, ຢ່າສູ່ຫັນບັນຫາຕ່າງໆເຊັ່ນ: ສະພາບພະຍາດໂຄວິດ-19 ແລະນະໂຍບາຍປ້ອງກັນພະຍາດແລະບັນຫາອື່ນໆໃຫ້ເປັນບັນຫາການເມືອງ. ຜູ້ຮັບຜິດຊອບຂອງສະພາການຄ້າດັ່ງກ່າວໄດ້ກ່າວວ່າ: ຈີນມີເປົ້າໝາຍຍຸດທະ ສາດການພັດທະນາຢ່າງຈະແຈ້ງ, ມີໂອກາດຕະຫຼາດອັນໃຫຍ່ຫຼວງ ແລະມີສະ ພາບແວດລ້ອມການດຳເນີນທຸລະກິດທີ່ສາມາດຄາດຄະເນໄດ້ມາໂດຍຕະຫຼອດ ເຊິ່ງແມ່ນກຳລັງແຮງດຶງດູດອັນໃຫຍ່ຫຼວງສຳລັບວິສາຫະກິດອາເມຣິກາ.