ຈີນເຕືອນໃຫ້ຝ່າຍຕ່າງໆຈົ່ງເຄົາລົບຫຼັກການປະເທດຈີນດຽວ

2022-05-19 16:02:45 cri

ກ່ຽວກັບການລາຍງານຂ່າວທີ່ເຈົ້າໜ້າທີລະດັບສູງຂອງສະຫະພາບເອີຣົບກ່າວວ່າ ຈະຍົກລະດັບການພົວພັນດ້ານການຄ້າລະຫວ່າງສະຫະພາບເອີຣົບກັບໄຕ້ຫວັນ, ວັນທີ 18 ພຶດສະພານີ້, ໂຄສົກຄະນະການທູດຈີນປະຈຳສະຫະພາບເອີຣົບໄດ້ກ່າວຕອບໂຕ້ວ່າ: ຫຼັກການປະເທດຈີນດຽວແມ່ນຫຼັກການພື້ນຖານໃນການພົວພັນສາກົນທີ່ຮັບຮູ້ນຳກັນ ແລະເປັນຄວາມເຫັນທີ່ເປັນເອກະພາບກັນໂດຍທົ່ວໄປຂອງປະຊາຄົມໂລກ ທັງເປັນພື້ນຖານການເມືອງຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ເອີຣົບ ແລະການຂະຫຍາຍການພົວພັນສອງຝ່າຍ. ໃນເອກະສານແລະຖະແຫຼງການທີ່ຈີນແລະສະຫະພາບເອີຣົບໄດ້ເຜີຍແຜ່ນັ້ນ, ເອີຣົບລ້ວນແຕ່ໄດ້ກ່າວເນັ້ນໜັກເຖິງຫຼັກການປະເທດຈີນດຽວ. ສຳລັບບັນຫາທີ່ເອີຣົບກັບເຂດໄຕ້ຫວັນຈີນຂອງຈີນດຳເນີນການແລກປ່ຽນທາງດ້ານເສດຖະກິດວັດທະນະທຳແລະບຸກຄະລາກອນທີ່ບໍ່ເປັນທາງການ ແລະອື່ນໆນັ້ນ, ຈີນແລະເອີຣົບກໍມີຄວາມເຫັນທີ່ເປັນເອກະພາບກັນທີ່ຈະແຈ້ງແລ້ວ.

ໂຄສົກທ່ານນີ້ກ່າວຕື່ມວ່າ: ຈີນເດັດດ່ຽວຄັດຄ້ານປະເທດແລະອົງການຈັດຕັ້ງໃດກໍ່ຕາມທີ່ດຳເນີນການໄປມາຫາສູ່ກັນທຸກຮູບແບບຢ່າງເປັນທາງການກັບເຂດໄຕ້ຫວັນ, ລວມທັງການເຊັນສັນຍາໃດໜຶ່ງທີ່ກ່ຽວພັນເຖິງອະທິໄປໄຕແລະມີລັກສະນະທາງການ. ນີ້ບໍ່ແມ່ນບັນຫາການຄ້າ, ຫາກແມ່ນບັນຫາການເມືອງທີ່ເຄັ່ງຕຶງທີ່ກ່ຽວພັນເຖິງພື້ນຖານການເມືອງຂອງການພົວພັນລະຫວ່າງຈີນ-ເອີຣົບ, ຈີນຈະບໍ່ຍອມຮັບແມ່ນແຕ່ໜ້ອຍດຽວ. ພວກຂ້າພະເຈົ້າເຕືອນໃຫ້ຝ່າຍເອີຣົບຢ່າຄິດສ່ຽງ, ຈົ່ງເຄົາລົບຫຼັກການປະເທດຈີນດຽວ, ເຄົາລົບອະທິປະໄຕຂອງຈີນຢ່າງແທ້ຈິງ, ປະຕິບັດຄຳໝັ້ນສັນຍາທາງການເມືອງທີ່ໃຫ້ໄວ້ກັບປະເທດຈີນດ້ວຍການກະທຳຕົວຈິງ.