ເຜີ່ຍແຜ່ “ຂໍ້ລິເລີ່ມປັກກິ່ງຂອງກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະການລົງທຶນໂລກ”

2022-05-19 10:43:42 cri


ວັນທີ 18 ພຶດສະພານີ້, ກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະກຳມະການສົ່ງເສີມການຄ້າສາກົນຂອງຈີນຄົບຮອບ 70 ປີ ແລະກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະການລົງທຶນໂລກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ ໂດຍມີຫົວຂໍ້ຫຼັກວ່າ: “ເຕົ້າໂຮມກຳລັງແຮງເພື່ອສົ່ງເສີມການຄ້າ, ຮ່ວມກັນສົ່ງເສີມການພັດທະນາແບບເປີດກວ້າງ”. ຜູ້ຕາງໜ້າຄະນະກຳມະການຊຸກຍູ້ການຄ້າສາກົນຂອງຈີນພ້ອມດ້ວຍອົງການຊຸກຍູ້ການຄ້າແລະວົງການວິສາຫະກິດຈາກ 59 ປະເທດແລະເຂດແຄ້ວນໄດ້ປຶກສາຫາລືຮ່ວມກັນ ເຊິ່ງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບ “ຂໍ້ລິເລີ່ມປັກກິ່ງຂອງກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະການລົງທຶນໂລກ”.

ອີງຕາມຂໍ້ລິເລີ່ມສະບັບນີ້, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນ 5 ດ້ານ ເປັນຕົ້ນຄື: ຮ່ວມກັນຮັບມືກັບສິ່ງທ້າທາຍຈາກສະພາບພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູເສດຖະກິດໃຫ້ໝັ້ນທ່ຽງ, ຊຸກຍູ້ການພັດທະນາແບບຍືນຍົງ, ຕາມທິດສີຂຽວແລະກາກບອນຕ່ຳ.