ອົງການອຸຕຸນິຍົມຊີ້ໃຫ້ເຫັນວ່າ: ຕົວຊີ້ວັດສຳຄັນໃນການປ່ຽນແປງຂອງດິນຟ້າອາກາດໃນ 4 ດ້ານໃນປີ 2021 ເປັນສະຖິຕິສູງສຸດຄັ້ງໃໝ່

2022-05-19 16:50:32 CRI

ວັນທີ 18 ພຶດສະພາປີ 2022, ອົງການອຸຕຸນິຍົມໂລກໄດ້ເຜີຍແຜ່ບົດລາຍງານໂດຍລະບຸວ່າ, ປີ 2021, ຕົວຊີ້ວັດສຳຄັນໃນການປ່ຽນແປງຂອງດິນຟ້າອາກາດ ໃນ 4 ດ້ານ, ຄື: ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວ, ລະດັບໜ້ານ້ຳທະເລສູງຂຶ້ນ, ມະຫາສະໝຸດມີຄວາມຮ້ອນເພີ່ມຂຶ້ນ, ແລະທາດກົດໃນທະເລໄດ້ເພີ່ມຂຶ້ນ ເຊິ່ງລ້ວນແຕ່ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່, ນີ້ສະແດງໃຫ້ເຫັນວ່າ ການເຄື່ອນໄຫວຂອງມະນຸດພວມເຮັດໃຫ້ທາງບົກ ທາງທະເລ ແລະ ທາງອາກາດໃນຂອບເຂດທົ່ວໂລກເກີດມີການປ່ຽນແປງ, ແລະໄດ້ສ້າງຜົນກະທົບຢ່າງຕໍ່ເນື່ອງ ແລະ ມີຜົນຮ້າຍຕໍ່ລະບົບນິເວດ ແລະ ການພັດທະນາແບບຍືນຍົງ.

 

“ບົດລາຍງານກ່ຽວກັບສະພາບດິນຟ້າອາກາດໂລກປີ 2021” ທີ່ເຜີຍແຜ່ໂດຍອົງການອຸຕຸນິຍົມໂລກສະແດງໃຫ້ເຫັນວ່າ, ໃນ 7 ປີທີ່ຜ່ານມານີ້, ແມ່ນ 7 ປີທີ່ຮ້ອນກວ່າໝູ່ນັບແຕ່ມີການບັນທຶກສະຖິຕິເປັນຕົ້ນມາ. ປີ 2021, ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນອາກາດໄດ້ສືບຕໍ່ເພີ່ມຂຶ້ນ, ອຸນຫະພູມສະເລ່ຍໃນທົ່ວໂລກຂອງປີ 2021 ໄດ້ເພີ່ມຂຶ້ນປະມານ 1,11 ອົງສາເມື່ອທຽບໃສ່ໄລຍະກ່ອນການຫັນເປັນອຸດສາຫະກຳ.


ນອກນີ້, ອາກາດຮ້ອນແບບຜິດປົກກະຕິ, ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄພຈາກລົມພາຍຸ ແລະ ໄພທຳມະຊາດອັນຮ້າຍແຮງອື່ນໆໄດ້ເກີດຂຶ້ນເລື້ອຍໆຢູ່ໃນໂລກ, ສົ່ງຜົນເສຍຫາຍຕໍ່ເສດຖະກິດ ແລະ ເຮັດໃຫ້ຄົນຂາດບ່ອນພັກພາອາໄສ. ໄພທຳມະຊາດເຫຼົ່ານີ້ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ບັ່ນທອນຄວາມກ້າວໜ້າຂອງໂລກໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນຫຼາຍສິບປີຜ່ານມາ,  ແລະກໍຈະມີປະເທດຫຼາຍກວ່າເກົ່າປະເຊີນກັບຄວາມສ່ຽງທີ່ຈະອຶດຫິວ.