ທົ່ວໂລກມີຫຼາຍກວ່າ 5 ແສນຄົນດຳລົງຊີວິດຢູ່ໃນສະພາບອຶດຫິວ ເຊິ່ງເປັນສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ

2022-05-19 14:47:17 cri

ວັນທີ 18 ພຶດສະພານີ້, ກອງປະຊຸມລະດັບລັດຖະມົນຕີກ່ຽວກັບຄວາມ ໝັ້ນຄົງດ້ານສະບຽງອາຫານໂລກໄດ້ຈັດຂຶ້ນຢູູ່່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນີວຢອກປະເທດອາເມຣິກາ.

 ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ແຈ້ງໃຫ້ລັດຖະມົນຕີກະຊວງການຕ່າງປະເທດຂອງຫຼາຍປະເທດຮັບຊາບກ່ຽວກັບສະພາບການຫຼ້າສຸດທີ່ກ່ຽວຂ້ອງ. ປັດຈຸບັນ, ສະພາບຄວາມອຶດຫິວຢູ່ໃນ ທົ່ວໂລກພວມເປັນສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ. ພາຍໃນ ໄລຍະພຽງສອງປີເທົ່ານັ້ນ, ຈຳນວນຄົນທີ່ຂາດແຄນອາຫານຢ່າງ ໜັກໜ່ວງໄດ້ເພີ່ມຂຶ້ນ 1 ເທົ່າ, ຄື ຈາກ 135 ລ້ານຄົນກ່ອນເກີດ ມີການແຜ່ລະບາດຂອງພະຍາດໂຄວິດ-19ນັ້ນໄດ້ເພີ່ມຂຶ້ນເປັນ 276 ລ້ານຄົນ ໃນປັດຈຸບັນ. ມີຫຼາຍກວ່າ 5 ແສນຄົນພວມດຳລົງຊີວິດຢູ່ໃນສະພາບອຶດຫິວ, ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າ 500% ນັບແຕ່ປີ2016 ເປັນຕົ້ນມາ. 

ທ່ານກູເຕີເຣັສກ່າວວ່າ: ອົງການສະຫະປະຊາຊາດພວມຕິດຕາມສະພາບ ຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກໃນອະນາຄົດຢ່າງໃກ້ຊິດ, ພ້ອມທັງ ຊຸກຍູ້ໃຫ້ປະຊາຄົມໂລກໃຊ້ມາດຕະການທັນທີ. ໜ່ວຍງານຮັບມືກັບວິກິດການດ້ານສະບຽງອາຫານ,ພະລັງງານແລະການເງິນທົ່ວໂລກພວມຮັບມື ກັບຜົນກະທົບທີ່ມີຕໍ່ກຸ່ມຄົນອ່ອນແອທີ່ເກີດຈາກວິກິດການຕ່າງໆ, ທັງໄດ້ກຳນົດແລະຊຸກຍູ້ການປະຕິບັດແຜນການແກ້ໄຂ. ວິກິດການດ້ານສະບຽງອາຫານບໍ່ມີພົມແດນ, ບໍ່ມີປະເທດໃດທີ່ຈະສາມາດຜ່ານຜ່າມັນໄດ້ພຽງລຳພັງ. ໂອກາດພຽງໜຶ່ງດຽວທີ່ຈະເຮັດໃຫ້ຫຼາຍລ້ານຄົນສາມາດຫຼຸດພົ້ນອອກຈາກຄວາມອຶດຫິວນັ້ນກໍ່ແມ່ນການນຳໃຊ້ການເຄື່ອນໄຫວສຸກເສີນຮ່ວມກັນແລະສາມັກຄີເປັນເອກະພາບກັນ.