ປະຊາຄົມໂລກຄວນເພີ່ມທະວີການປະສານງານກັນເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດສະບຽງອາຫານທົ່ວໂລກ

2022-05-20 15:00:05 CRI


ວັນທີ 19 ພຶດສະພານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມອະພິປາຍແບບເປີດກວ້າງກ່ຽວກັບບັນຫາການປະທະກັນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນວຽກງານສຳຄັນອັນດັບໜຶ່ງທີ່ພົວພັນເຖິງແຜນການພັດທະນາຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ທັງແມ່ນສິ່ງທ້າທາຍທີ່ປະຊາຄົມໂລກໄດ້ປະເຊີນມາເປັນເວລາດົນນານແລ້ວ. ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບອາກາດທີ່ຜິດປົກກະຕິຢ່າງຮ້າຍແຮງ, ເສດຖະກິດຊຸດໂຊມລົງ, ການປະທະກັນໃນພາກພື້ນ ແລະ ປັດໄຈອື່ນໆທີ່ເກີດຂຶ້ນຢ່າງສະຫຼັບສັບຊ້ອນ, ໄດ້ເຮັດໃຫ້ລາຄາສະບຽງອາຫານຖີບຕົວສູງຂຶ້ນຢ່າງຫຼວງຫຼາຍໃນປັດຈຸບັນ, ບັນຫາການສະໜອງກັບຄວາມຕ້ອງການທີ່ບໍ່ສົມດຸນກັນກໍໄດ້ພົ້ນເດັ່ນຂຶ້ນຕື່ມອີກ, ປະເທດພວມພັດທະນາຈຳນວນຫຼວງຫຼາຍໄດ້ຮັບຜົນກະທົບຢ່າງຮຸນແຮງ.

 

ກ່ຽວກັບເລື່ອງນີ້, ທ່ານຈ່າງຈຸ່ນໄດ້ມີຄຳເຫັນ 3 ຂໍ້, ຄື: ໜຶ່ງ, ຄວນເພີ່ມທະວີການປະສານງານກັນ, ຮັກສາຄວາມໝັ້ນທ່ຽງຂອງຕະຫຼາດສະບຽງອາຫານທົ່ວໂລກ; ສອງ, ຄວນເພີ່ມທະວີການຊ່ວຍເຫຼືອສຸກເສີນ, ຊ່ວຍເຫຼືອປະເທດທີ່ມີຄວາມອ່ອນແອໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້; ສາມ, ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາໃນລະດັບທີ່ເລິກເຊິ່ງ, ແລະເພີ່ມຄວາມເຂັ້ມແຂງຂອງລະບົບສະບຽງອາຫານຂອງໂລກ.