ຍີ່ປຸ່ນເລ່ັງຂະບວນການອະນຸມັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2022-05-20 11:36:00 cri


ຕາມຂ່າວລາຍງານໃຫ້ຮູ້ວ່າ:ວັນທີ 18 ພຶດສະພານີ້,ຄະນະກຳມະການ ກົດລະບຽບວ່າດ້ວຍພະລັງງານປະລະມານູຍີ່ປຸ່ນໄດ້ເຜີຍແຜ່“ຮ່າງທົບທວນການ ລາຍງານ”ທີ່ກ່ຽວຂ້ອງກັບຄຳຮ້ອງວ່າດ້ວຍແຜນການປ່ອຍນ້ຳປົນເປື້ອນລັງສີ ນີວເຄລຍຂອງໂຮງໄຟຟ້ານີວເຄລຍແຫ່ງທຳອິດຢູ່ຟູຄູຊີມະລົງສູ່ທະເລ,ພ້ອມທັງ ຈະຕັດສິນໃຈວ່າຈະອະນຸມັດແຜນການດັ່ງກ່າວຢ່າງເປັນທາງການຫຼືບໍ່ຫຼັງຈາກຟັງຄວາມຄິດເຫັນຈາກປະຊາຊົນ 1 ເດືອນ.ວົງການພາຍນອກເຫັນວ່າ: ນີ້ໝາຍ ຄວາມວ່າ,ອົງການຄຸ້ມຄອງນີວເຄລຍຍີ່ປຸ່ນມີແຜນການ “ເປີດໄຟຂຽວ”ໃຫ້ແກ່ການປ່ອຍ ນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ.


ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງ ປະຊຸມຖະແຫຼງຂ່າວໃນວັນທີ 19 ພຶດສະພານີ້ວ່າ: “ໃນໄລຍະມໍ່ໆມານີ້,ລັດຖະ ບານຍີ່ປຸ່ນແລະບໍລິສັດພະລັງງານໄຟຟ້າໂຕກຽວໄດ້ມີຄວາມພະຍາຍາມເລື້ອຍໆ ກ່ຽວກັບການຊຸກຍູ້ແຜນການປ່ອຍນ້ຳປົນເປື້ອນລັງສີນີວເຄລຍຟູຄູຊີມະລົງສູ່ທະເລໂດຍໄດ້ເລັ່ງຂະບວນການອະນຸມັດແຜນການດັ່ງກ່າວ,ໄດ້ເລີ່ມລົງມືກໍ່ສ້າງໂຄງ ການປາກທໍ່ປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລແລະອື່ນໆ,ຂະນະດຽວ ກັນ,ຝ່າຍຍີ່ປຸ່ນໄດ້ປະຕິເສດຄວາມຮັບຜິດຊອບທີ່ມີຕໍ່ຄວາມກັງວົນທີ່ສົມເຫດສົມ ຜົນແລະຖືກຕ້ອງຂອງປະຊາຄົມໂລກແລະປະຊາຊົນພາຍໃນປະເທດ,ຈົນຮອດປັດຈຸບັນຍັງບໍ່ທັນໄດ້ໃຫ້ຄຳຊີ້ແຈງຢ່າງເຕັມສ່ວນແລະໜ້າເຊື່ອຖືຕໍ່ກັບຄວາມຖືກຕ້ອງຂອງແຜນການປ່ອຍນ້ຳປົນ ເປື້ອນລັງສີນີວເຄລຍຢູ່ຟູຄູຊີມະລົງສູ່ທະເລລວມທັງ ຄວາມໜ້າເຊື່ອຖືຂອງຂໍ້ມູນຕົວເລກກ່ຽວກັບນ້ຳປົນເປື້ອນລັງສີນີວເຄລຍ,ປະສິດທິຜົນຂອງເຄື່ອງກ່ັນຕອງ ຄວາມບໍ່ແນ່ນອນຈາກຜົນກະທົບດ້ານສິ່ງແວດລ້ອມແລະ ບັນຫາອື່ນໆ.ການກະທຳຂອງຝ່າຍຍີ່ປຸ່ນທີ່ເຫັນແກ່ຕົວແນວນີ້,ບ່ໍມີໃຜຍອມຮັບໄດ້.”