ປະເທດ ບຣິກສ ພົບປະປຶກສາຫາລືກັນເພີ່ມທະວີຄວາມສາມັກຄີແລະການຮ່ວມມືລະຫວ່າງປະເທດ ບຣິກສ ເພື່ອຮັບມືກັບຈຸດພິເສດໃໝ່ແລະສິ່ງທ້າທາຍໃໝ່ຂອງສະຖານະການສາກົນ

2022-05-20 15:18:24 cri


ຕອນຄ່ຳວັນທີ 19 ພຶດສະພານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດ ບຣິກສ ຜ່ານທາງວິດີໂອ. ທ່ານ ນາເລດີ ປັນໂດ ລັດຖະມົນຕີກະຊວງການຕ່າງປະເທດອາຟຣິກາໃຕ້, ທ່ານ ກາໂລສ ອັນເບີໂຕ ຟຣານໂຊ ລັດຖະມົນຕີກະຊວງການຕ່າງປະເທດບຣາຊິນ, ທ່ານລາຟ ໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ແລະ ທ່ານ ຈາຊັນກາ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມ.



ທ່ານວາງຢີ້ກ່າວວ່າ: ໃນ 5 ປີມານີ້, ພາຍໃຕ້ການຊີ້ນຳນຳພາທາງຍຸດທະສາດຂອງຜູ້ນຳປະເທດ ບຣິກສ, ພວກເຮົາໄດ້ຮ່ວມກັນສະແດງຄວາມຄິດເຫັນໃນເວທີຫຼາຍຝ່າຍກ່ຽວກັບບັນຫາສຳຄັນຂອງສາກົນທີ່ສົນໃຈຮ່ວມກັນ ໂດຍສາມາດປົກປັກຮັກສາຜົນປະໂຫຍດຮ່ວມຂອງ 5 ປະເທດໄວ້ໄດ້ຢ່າງເດັດດ່ຽວ. ປັດຈຸບັນ, ໂລກພວມປະເຊີນກັບສະພາບການປ່ຽນແປງທີ່ບໍ່ເຄີຍພົບເຫັນໃນຮອບຮ້ອຍປີ ແລະສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢ່າງສະຫຼັບສັບຊ້ອນ, ສະຖານະການສາກົນໄດ້ເກີດມີຈຸດພິເສດອັນໃໝ່ແລະສິ່ງທ້າທາຍໃໝ່ຕ່າງໆ, ພວກເຮົາຄວນຮັບຮູ້ທິດທາງຢ່າງຈະແຈ້ງ, ກຳແໜ້ນທ່າອ່ຽງຫຼັກ, ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ, ສືບຕໍ່ມີຄວາມໝັ້ນໃຈ, ຮັບຮູ້ການປ່ຽນແປງແລະຮັບມືກັບການປ່ຽນແປງ. ທ່ານວາງຢີ້ໄດ້ມີຄວາມຄິດເຫັນ 4 ຂໍ້ ຄື: ໜຶ່ງ, ພະຍາຍາມສະແຫວງຫາຄວາມໝັ້ນຄົງທົ່ວໄປໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ສອງ, ພະຍາຍາມສະແຫວງຫາການພັດທະນາຮ່ວມກັນ. ສາມ, ພະຍາຍາມສ້າງແນວປ້ອງກັນສຸຂະພາບຂອງມວນມະນຸດ. ສີ່, ພະຍາຍາມເຕົ້າໂຮມພະລັງທາງບວກເພື່ອບໍລິຫານໂລກ.

ລັດຖະມົນຕີກະຊວງການຕ່າງປະເທດທີ່ຮ່ວມປະຊຸມໄດ້ກ່າວວ່າ: ປັດຈຸບັນ, ໂລກພວມຢູ່ໃນຈຸດປ່ຽນແປງຄັ້ງສຳຄັນໃນປະຫວັດສາດ, ການເພີ່ມທະວີຄວາມສາມັກຄີແລະການຮ່ວມມືລະຫວ່າງປະເທດ ບຣິກສ ມີຄວາມສຳຄັນຫຼາຍກວ່າເວລໃດໝົດ. ຄວນຍຶດໝັ້ນລັດທິຫຼາຍຝ່າຍ, ປົກປັກຮັກສາກົດໝາຍສາກົນ, ຈຸດປະສົງແລະຫຼັກການຂອງ “ກົດບັດ ສປຊ”, ຊຸກຍູ້ການປະຕິຮູບລະບົບການບໍລິຫານໂລກ ເພື່ອສ້າງໂຄງປະກອບສາກົນທີ່ເປັນທຳ, ຍຸດຕິທຳ, ສົມເຫດສົມຜົນ ແລະກວມລວມກວ່າເກົ່າ.

ການພົບປຶກສາຫາລືກັນຄັ້ງນີ້ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບມືກັບຈຸດພິເສດແລະສິ່ງທ້າທາຍຂອງສະຖານະການສາກົນ ແລະການເພີ່ມທະວີຄວາມສາມັກຄີແລະການຮ່ວມມືລະຫວ່າງປະເທດ ບຣິກສ.