ກົມພະລັງງານແຫ່ງຊາດຈີນກ່າວວ່າ: ການກໍ່ສ້າງໂຄງການສຳຄັນດ້ານພະລັງງານຂອງຈີນໄດ້ມີຄວາມຄືບໜ້າໄວກວ່າເກົ່າ

2022-05-21 14:50:14 CRI

     ນັກຂ່າວໄດ້ຊາບຈາກກົມພະລັງງານແຫ່ງຊາດຈີນວ່າ: ປັດຈະບັນນີ້, ຈີນພວມເລັ່ງລັດການກໍ່ສ້າງໂຄງການສຳຄັນໃນຂົງເຂດພະລັງງານ, ໃນຂະນະທີ່ຍົກລະດັບຄວາມສາມາດຮັບປະກັນດ້ານພະລັງງານໃຫ້ສູງຂຶ້ນ, ຍັງໄດ້ດຶງດູດການລົງທຶນ ແລະເປີດກວ້າງຄວາມຕ້ອງການພາຍໃນປະເທດຢ່າງມີປະສິດທິຜົນ ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດມີການເຄື່ອນໄຫວຢ່າງໝັ້ນທ່ຽງ.

     ໂຮງຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂະໜາດ 6 ແສນກິໂລວັດທີ່ສາມາດຮັກສາພະລັງງານໄດ້ຢູ່ເມືອງຕ້າທົງ ແຂວງຊ່ານຊີ່ຈີນຈະເລີ່ມຕໍ່ເຂົ້າຕາໜ່າງຜະລິດໄຟຟ້າໃນໄວໆນີ້, ສາມາດຜະລິດພະລັງງານໄຟຟ້າແບບສີຂຽວ 1,2 ຕື້ກິໂລວັດໂມງຕໍ່ປີ. ໂຄງການຮວາລົງເລກ 1 ເພື່ອສ້າງໜ່ວຍຈັກຜະລິດໄຟຟ້ານິວເຄຣຍເລກ 4 ຢູ່ຟາງເຊິງກາງ ເມືອງແຄມທະເລຈີນກໍໄດ້ເລີ່ມຕິດຕັ້ງອຸປະກອນ.

     ກົມພະລັງງານແຫ່ງຊາດຈີນຄາດຄະເນວ່າ: ປີນີ້ໄດ້ເພີ່ມໂຄງການສຳຄັນດ້ານພະລັງງານໃໝ່ ເຊິ່ງຈະຊຸກຍູ້ໃຫ້ການລົງທຶນຕາມແຜນດ້ານການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນເພີ່ມຂຶ້ນ 202,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະໃນດ້ານການຜະລິດໄຟຟ້າດ້ວຍລົມທາງບົກຈະເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການລົງທຶນໂຄງລ່າງຮັກສາແລະສົ່ງນ້ຳມັນແລະອາຍແກັດທຳມະຊາດໃນແຜນການຈະເພີ່ມຂຶ້ນ 51,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄຽງຄູ່ກັບໂຄງການສຳຄັນດ້ານພະລັງງານມີຄວາມຄືບໜ້າເປັນກ້າວໆ, ການສ້າງສາລະບົບພະລັງງານທີ່ທັນສະໄໝຂອງຈີນໄດ້ເລັ່ງໄວເຂົ້າ ເຊິ່ງເປັນການຮັບປະກັນໃຫ້ເສດຖະກິດ-ສັງຄົມມີການພັດທະນາດ້ວຍຄຸນນະພາບສູງ.