ການພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດບຣິກສ໌ຜ່ານທາງວິດີໂອໄດ້ຮັບໝາກຜົນອັນຕັ້ງໜ້າ

2022-05-21 14:57:51 CRI


     ວັນທີ 20 ພຶດສະພານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວວ່າ: ການພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດບຣິກສ໌(ບຣາຊິນ ຣັດເຊຍ ອິນເດຍ ຈີນ ແລະອາຟຣິກາໃຕ້)ຜ່ານທາງວິດີໂອໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ພຶດສະພານີ້, 5 ປະເທດທີ່ຮ່ວມປະຊຸມໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບບັນຫາສຳຄັນຕ່າງໆທີ່ກ່ຽວພັນເຖິງຄວາມໝັ້ນຄົງແລະການພັດທະນາຂອງໂລກ ແລະໄດ້ຮັບໝາກຜົນອັນຕັ້ງໜ້າ ເຊິ່ງໄດ້ທຳການກະກຽມດ້ານການເມືອງໃຫ້ແກ່ການພົບປະລະຫວ່າງຜູ້ນຳຂອງປະເທດບຣິກສ໌ຄັ້ງທີ 14.


     ທ່ານວ່າງເວີນປີ່ນໄດ້ແນະນຳສະພາບກ່ຽວກັບການພົບປະຄັ້ງນີ້ວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວິດີໂອໃນພິທີໄຂ ໂດຍຊີ້ໃຫ້ເຫັນວ່າ: ປະເທດບຣິກສ໌ຄວນເພີ່ມທະວີຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນ, ຮ່ວມໄມ້ຮ່ວມມືກັນ, ເພີ່ມທະວີການເຊື່ອມໂຍງດ້ານຜົນປະໂຫຍດ, ຄັດຄ້ານລັດທິເຈົ້າອຳນາດ ແລະການເມືອງແບບມະຫາອຳນາດ, ຄັດຄ້ານແນວຄິດສົງຄາມເຢັນ ແລະການເປັນປໍລະປັກກັນລະຫວ່າງກຸ່ມການເມືອງ, ຮ່ວມກັນສ້າງປະຊາຄົມຮ່ວມດ້ານຄວາມໝັ້ນຄົງຂອງມວນມະນຸດ, ປະກອບສ່ວນໃຫ້ຫຼາຍກວ່າເກົ່າເຂົ້າໃນວິໄສທັດອັນດີງາມຄື ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ສຳເລັດຜົນ. ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານຂອງການພົບປະຜ່ານທາງວິດີໂອ ແລະໄດ້ບັນລະຍາຍຫຼັກໝັ້ນຂອງຈີນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງປະເທດບຣິກສ໌. ທ່ານວາງຢີ້ກ່າວເນັ້ນວ່າ: ປະເທດບຣິກສ໌ຕ້ອງເພີ່ມທະວີການແລກປ່ຽນແລະປະສານງານດ້ານຍຸດທະສາດຕື່ມອີກ, ເປັນແບບຢ່າງທີ່ດີໃນການສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດຕື່ມອີກ, ເປັນແບບຢ່າງທີ່ດີໃນການເຮັດແທ້ທຳຈິງ, ສະແດງຈິດໃຈເປີດປະຕູແລະໂອບເອື້ອອາລີຕື່ມອີກ, ເປັນແບບຢ່າງທີ່ດີໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານການຮ່ວມມື.