ກະຊວງການຕ່າງປະເທດຈີນມີຄ່ຳເຫັນຕໍ່ການຢ້ຽມຢາມອາຊີຂອງປະທານາທິບໍດີອາເມຣິກາ

2022-05-21 16:50:44 ​ຊີ​ອາ​ໄອ

ແນ່ໃສ່ທ່ານຈອນ ໄບເດັນ ປະທານາທິບໍດີອາເມຣິກາຈະຢ້ຽມຢາມຫຼາຍປະເທດອາຊີ, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 20 ພຶດສະພານີ້ວ່າ, ຫວັງວ່າອາເມຣິກາຢ່າສະແຫວງຫາການແບ່ງແຍກແລະເປັນປໍລະປັກກັນຢູ່ເຂດອາຊີປາຊີຟິກ, ແລະບໍ່ຄວນສ້າງຄວາມປັ່ນປ່ວນແລະຄວາມວຸ້ນວາຍຢູ່ເຂດນີ້ເຊັ່ນກັນ.

ທ່ານວາງເວີນປິ່ນຊີ້ອອກວ່າ, ຈີນໄດ້ມີຄວາມສົນໃຈຕໍ່ຄຳເວົ້າຂອງທ່ານໄຈກ໊ ຊູລິວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາໃນຫວ່າງມໍ່ໆນີ້ວ່າ, ທ່ານຈອນ ໄບເດັນໄປຢ້ຽມຢາມອາຊີຄັ້ງນີ້ບໍ່ແມ່ນເພື່ອສະແຫວງຫາຄວາມເປັນປໍລະປັກກັນກັບຈີນ. ທ່ານວາງເວີນປິ່ນກ່າວວ່າ: “ຫວັງວ່າອາເມຣິກາຈົ່ງກະທຳເປັນເອກະພາບກັນຄຳເວົ້າຂອງຕົນເອງ, ແລະຮ່ວມກັບບັນດາປະເທດໃນເຂດແຄວ້ນນີ້ ປຶກສາຫາລືກ່ຽວກັບຄວາມສາມັກຄີແລະຮ່ວມມືກັນ, ແຕ່ບໍ່ແມ່ນຮ່ວມກັນເຈລະຈາກ່ຽວກັບການແບ່ງແຍກແລະເປັນປໍລະປັກກັນ, ສ້າງວົງເພື່ອນມິດທີ່ເປີດກວ້າງແລະມີຄວາມໂອເອືອບອາລີ ແຕ່ບໍ່ແມ່ນເພື່ອປິດລ້ອມແລະປັດປ່າຍໃຜຜູ້ອື່ນ, ເຮັດວຽກທີ່ມີຜົນດີຕໍ່ສັນຕິພາບແລະການພັດທະນາຂອງອາຊີປາຊີຟິກ ແຕ່ບໍ່ແມ່ນສ້າງຄວາມປັ່ນປັ່ນແລະຄວາມວູ້ນວາຍຢູ່ເຂດນີ້.”