ປະຊາຄົມໂລກສະໜັບສະໜຸນຫຼັກໝັ້ນຂອງຈີນກ່ຽວກັບບັນຫາໄຕ້ຫວັນໃນກອງປະຊຸມອົງການອະນາໄມໂລກ

2022-05-21 21:14:59 ຊີອາໄອ

ວັນທີ 21 ພຶດສະພານີ້ ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານ ຈັດກອງປະຊຸມຂ່າວປະຈຳວັນ ແລະມີນັກຂ່າວຖາມວ່າ, ກອງປະຊຸມໃຫຍ່ອົງການອະນາໄມໂລກຈະຈັດຂຶ້ນ ແຕ່ວັນທີ 22 -28 ພຶດສະພານີ້. ໃນໄລຍະມໍ່ໆມານີ້, ຫຼາຍປະເທດພາກັນສົ່ງໜັງສືໄປຍັງອົງການອະນາໄມໂລກສະແດງການສະໜັບສະໜຸນການຕົກລົງຂອງລັດຖະບານກ່ຽວກັບວ່າບໍ່ອະນຸມັດໃຫ້ໄຕ້ຫວັມເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກປີນີ້ ແລະຫວັງວ່າຈະບໍ່ຈັດການເຈລະຈາກ່ຽວກັບບັນຫາໄຕ້ຫວັນໃນກອງປະຊຸມປີນີ້. ຈີນມີຄຳເຫັນແນວໃດຕໍ່ເລື່ອງດັ່ງກ່າວ.

ທ່ານວາງເວີນປິ່ນກ່າວວ່າ, ຢູ່ໃນໂລກນີ້ ມີແຕ່ປະເທດຈີນດຽວ, ລັດຖະບານສາທາລະນະລັດປະຊາຊົນຈີນ ແມ່ນລັດຖະບານຊອບດ້ວຍກົດໝາຍພຽງອັນດຽວຂອງຈີນ, ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງ ແຜ່ນດິນຈີນທີ່ຕັດແຍກບໍ່ໄດ້. ບັນຫາກ່ຽວກັບແຂວງໄຕ້ຫວັນຂອງຈີນເຂົ້າຮ່ວມການເຄື່ອນໄຫວ ຂອງອົງການຈັດຕັ້ງສາກົນເຊິ່ງລວມທັງອົງການອະນາໄມໂລກ ລ້ວນແຕ່ຄວນແກ້ໄຂຕາມ ຫຼັກການຈີນດຽວ.

ຂໍ້ຕົກລົງຂອງຈີນກ່ຽວກັບວ່າບໍ່ໃຫ້ໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກປີນີ້ໄດ້ຮັບການສະໜັບສະໜຸນແລະຄວາມເຂົ້າໃຈຂອງປະຊາຄົມໂລກຢ່າງກວ້າງຂວາງ. ນັບມາຮອດປະຈຸບັນ ໄດ້ມີເກືອບ 90 ປະເທດສົ່ງໜັງສືໄປຍັງອົງການອະນາໄມໂລກແລ້ວ ເພື່ອສະແດງການຍຶດໝັ້ນຫຼັກການຈີນດຽວ, ຄັດຄ້ານໄຕ້ຫວັນເຂົ້າຮ່ວມກອງປະຊຸມປີນີ້. ປະຊາຊົນທົ່ວໂລກມີສາຍຕາທີ່ສົດໄສເຫັນແຈ້ງ, ທຸກ ເຈດຈະນາທີ່ສວຍໃຊ້ໄຕ້ຫວັນເພື່ອສະກັດກັ້ນຈີນນັ້ນ ຍ່ອມຈະຖືກຄັດຄ້ານຢ່າງເດັດຂາດຈາກສະມາຊິກ ສ່ວນຫຼາຍຂອງປະຊາຄົມໂກລ, ແລະຍ່ອມຈະປະລະໄຊເຊັ່ນກັນ.