ຣັດເຊຍປະກາດຄວບຄຸມໂຮງງານເຫຼັກກ້າອາໂຊຟ

2022-05-21 14:54:25 cri

ວັນທີ 20 ພຶດສະພານີ້, ໂຄສົກກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ກອງທັບຣັດເຊຍໄດ້ຄວບຄຸມອຸປະກອນໃຕ້ດິນຂອງໂຮງງານເຫຼັກກ້າອາໂຊຟ ທີ່ນະຄອນມາຣີອູໂປນຂອງອູແກຣນໝົດແລ້ວ.

ນັບແຕ່ວັນທີ 16 ພຶດສະພານີ້ເປັນຕົ້ນມາ, ລວມມີທະຫານອູແກຣນ ແລະກຳລັງປະກອບອາວຸດຂອງ “ຄ້າຍອາໂຊຟ” ທີ່ຖືກປິກລ້ອມຢູ່ໃນໂຮງງານເຫຼັກກ້າອາໂຊຈຳນວນ 2.439 ຄົນໄດ້ຍອຈຳນົນແລ້ວ. ທ່ານເຊີເກ ໂຊອິກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໄດ້ລາຍງານຕໍ່ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍວ່າ: ກອງທັບຣັດເຊຍໄດ້ຄວບຄຸມໂຮງງານເຫຼັກກ້າອາໂຊຟ ແລະນະຄອນມາຣີອູໂປນຂອງອູແກຣນໄປໝົດແລ້ວ.