ປະທານາທິບໍດີອາເມຣິກາລົງນາມໃນ “ກົດໝາຍວ່າດ້ວຍການຊ່ວຍເຫຼືອອູແກຣນສຸກເສີນ”

2022-05-22 14:47:30 cri


    ທຳນຽບປະທານາທິບໍດີອາເມຣິກາ ໄດ້ຖະແຫຼງໃນວັນທີ 21 ພຶດສະພາ 2022 ວ່າ: ໃນໄລຍະຢ້ຽມຢາມອາຊີ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ລົງນາມໃນ “ກົດໝາຍວ່າດ້ວຍການຊ່ວຍເຫຼືອອູແກຣນສຸກເສີນ”, ອີງຕາມກົດໝາຍ ດັ່ງກ່າວ, ອາເມຣິກາຈະໃຫ້ການຊ່ວຍເຫຼືອດ້ານຄວາມໝັ້ນຄົງ, ມະນຸດສະທຳ ແລະ ເສດຖະກິດ ທີ່ມີມູນຄ່າປະມານ 40 ຕື້ໂດລາສະຫະລັດແກ່ອູແກຣນ.