ນະຄອນຊານຢ້າແຂວງໄຫຫຼຳຈີນສ້າງຕັ້ງສູນບໍລິການວິສາຫະກິດສາກົນ ເພື່ອຮັບໃຊ້ວິສາຫະກິດຂອງປະເທດສະມາຊິກ RCEP ຢ່າງຖືກຕ້ອງຕາມເປົ້າໝາຍ

2022-05-22 15:55:56 CRI

ຕອນບ່າຍວັນທີ 20 ພຶດສະພານີ້, ກອງປະຊຸມສຳມະນາວິສາຫະກິດພາກເອກະຊົນ ກໍຄືກອງປະຊຸມສະພາບແວດລ້ອມດຳເນີນທຸລະກິດຂອງທ່າກຳປັ່ນເສລີໄຫຫຼຳ 2022 ໄດ້ຈັດຂຶ້ນຢູ່ນະຄອນຊານຢ້າແຂວງໄຫຫຼຳ ແລະ ໄດ້ເປີດນຳໃຊ້ສູນບໍລິການວິສາຫະກິດ RCEP ປະຈຳຊານຢ້າ ແລະ ຈຸດບໍລິການທຸລະກິດສາກົນປະເທດສະມາຊິກ RCEP ຢ່າງເປັນທາງການ, ນອກນີ້ຍັງໄດ້ຈ້າງຜູ້ສັງເກດການສະພາບແວດລ້ອມດຳເນີນທຸລະກິດ ຊຸດທີ 2 ຈຳນວນ 21 ທ່ານ.
ຈຸດບໍລິການການຄ້າສາກົນຂອງປະເທດສະມາຊິກ RCEP ງວດທຳອິດລວມທັງ ສິງກະໂປ, .ເກົາຫຼີ, ກຳປູເຈຍ, ມາເລເຊຍ ແລະ ບຣູໄນ. ໃນຕໍ່ໜ້າ, ສູນບໍລິການ ວິສາຫະກິດ RCEP ປະຈຳຊານຢ້າ ແລະ ຈຸດບໍລິການທຸລະກິດສາກົນປະເທດ ສະມາຊິກ RCEP ຈະໃຫ້ການບໍລິການຢ່າງຖືກຕ້ອງຕາມເປົ້າໝາຍຕໍ່ວິສາຫະກິດຂອງ ປະເທດສະມາຊິກ RCEP.