ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດເຫັນໄປໃນແງ່ດີຕໍ່ການເຕີບໂຕຂອງເສດຖະກິດອາຊີຕາເວັນອອກສຽງໃຕ້

2022-05-22 15:54:06 CRI

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%.
ກອງປະຊຸມໄດ້ອອກຖະແຫຼງການຮ່ວມທີ່ພາດຫົວຂໍ້ວ່າ: “ການເຄື່ອນໄຫວຂອງອາຊຽນ: ຮ່ວມກັນພະຍາຍາມແກ້ໄຂສິ່ງທ້າທາຍຕ່າງໆນານາ, ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ ອາຊຽນແກ້ໄຂບັນຫາພາກພື້ນ ແລະ ບັນຫາທົ່ວໂລກ ເພື່ອຫຼຸດຜົນກະທົບທາງລົບ ຂອງມັນທີ່ແຝງຊ້ອນຢູ່ທີ່ມີຕໍ່ເສດຖະກິດອາຊຽນ, ພ້ອມທັງໄດ້ປຶກສາຫາລືແລະແລກປ່ຽນ ຄວາມເຫັນ ກ່ຽວກັບການຊຸກຍູ້ບົດບາດແກນກາງຂອງອາຊຽນ, ເພີ່ມທະວີຄວາມພະຍາ ຍາມຮວມໝູ່ ແລະຍຸດທະສາດການຊຸກຍູ້ຂະບວນການການຄ້າຂອງພາກພື້ນ.
ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ. ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ.