ຣັດເຊຍປະກາດຢຸດຕິການສະໜອງແກັສທຳມະຊາດໃຫ້ແກ່ແຟງລັງເປັນການຊົ່ວຄາວ

2022-05-22 14:46:43 cri


ຂ່າວສານຕັສ ຂອງຣັດເຊຍລາຍງານວ່າ: ວັນທີ 20 ພຶດສະພາ 2022, ບໍລິສັດຫຸ້ນສ່ວນອຸດສາຫະກຳແກັສທຳມະຊາດຣັດເຊຍ ໄດ້ປະກາດວ່າ: ຍ້ອນວ່າບໍລິສັດກາຊຸມ (Gasum) ເຊິ່ງເປັນລັດວິສາຫະກິດພະລັງງານຂອງແຟງລັງ ໄດ້ຄ້າງຊຳລະເງິນຊື້ແກັສທຳມະຊາດຈາກຣັດເຊຍຂອງເດືອນເມສາຜ່ານມາ, ຣັດເຊຍ ຈະຢຸດຕິການສະໜອງແກັສທຳມະຊາດໃຫ້ແກ່ແຟງລັງເປັນການຊົ່ວຄາວນັບແຕ່ວັນທີ 21 ພຶດສະພານີ້ເປັນຕົ້ນໄປ.
ບໍລິສັດກາຊຸມ ກ່າວໃນວັນທີ 20 ພຶດສະພານີ້ວ່າ: ຈະສະໜອງແກັສທຳມະຊາດ ໃຫ້ແກ່ລູກຄ້າຂອງບໍລິສັດຕົນ ໂດຍອາໄສແຫຼ່ງແກັສທຳມະຊາດອື່ນໆ, ປ້ຳແກັສທຳມະຊາດຂອງບໍລິສັດຕົນຕາມເຄືອຂ່າຍທໍ່ສົ່ງແກັສທຳມະຊາດ ຈະດຳເນີນທຸລະກິດຢ່າງເປັນປົກກະຕິ. ກ່ອນໜ້ານີ້, ບໍລິສັດດັ່ງກ່າວໄດ້ປະຕິເສດ ບໍ່ປະຕິບັດຕາມຄວາມຮຽກຮ້ອງຂອງຣັດເຊຍທີ່ຈ່າຍເງິນຊື້ແກັສທຳມະຊາດ້ວຍເງິນຣຸບ. ອົງການພະລັງງານແຫ່ງຊາດແຟງລັງໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ແກັສທຳມະຊາດຂອງແຟງລັງ ສ່ວນຫຼາຍແມ່ນນຳເຂົ້າຈາກຣັດເຊຍ.