WHO ແຈ້ງເຕືອນວ່າ: ອາດຈະພົບກໍລະນີເປັນພະຍາດຝີດາດລີງຢູ່ຫຼາຍປະເທດກວ່າເກົ່າ

2022-05-23 14:27:18 CRI


     ວັນທີ 21 ພຶດສະພານີ້, ອົງການອະນາໄມໂລກ ຫຼື WHO ໄດ້ປະກາດເຕືອນໄພການແຜ່ລະບາດຂອງພະຍາດຝີດາດລີງ ຫຼື Monkeypox, ເນື່ອງຈາກວ່າປັດຈຸບັນໄດ້ພົບກໍລະນີເປັນພະຍາດຝີດາດລີງຢູ່ຫຼາຍປະເທດທີ່ບໍ່ເຄີຍເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວ, ໃນຕໍ່ໜ້າ, ອາດຈະພົບກໍລະນີເປັນພະຍາດນີ້ຫຼາຍກວ່າເກົ່າຢູ່ປະເທດເຫຼົ່ານີ້ແລະປະເທດອື່ນໆ, ໄວຣັດຝີດາດລີງຈະແຜ່ລະບາດໄປວົງກວ້າງຕື່ມອີກ.



     ອີງຕາມຕົວເລກສະຖິຕິທີ່ WHO ໄດ້ເປີດເຜີຍໃນວັນທີ 21 ພຶດສະພານີ້ໃຫ້ຮູ້ວ່າ, ນັບແຕ່ວັນທີ 13 ພຶດສະພານີ້ເປັນຕົ້ນມາ, ຢູ່ 12 ປະເທດທີ່ບໍ່ເຄີຍເກີດມີການແຜ່ລະບາດຂອງພະຍາດຝີດາດລີງທີ່ຮັບຜິດຊອບໂດຍສຳນັກງານ WHO ປະຈຳ 3 ພາກພື້ນໄດ້ລາຍງານພົບຜູ້ຖືກບົ່ງມະຕິຕິດເຊື້ອພະຍາດດັ່ງກ່າວ 92 ກໍລະນີ ແລະຜູ້ຖືກສົງໄສຕິດເຊື້ອພະຍາດ 28 ກໍລະນີ, ມາຮອດປັດຈຸບັນຍັງບໍ່ທັນພົບກໍລະນີເສຍຊີວິດເທື່ອ. ໃນນັ້ນ, ຜູ້ຕິດເຊື້ອພະຍາດ ແລະຜູ້ຖືກສົງໄສຕິດເຊື້ອພະຍາດສ່ວນຫຼາຍແມ່ນມາຈາກອັງກິດ, ແອັສປາຍ ແລະປອກຕຸຍການ, ອີກສ່ວນໜຶ່ງແມ່ນແຈກຢາຍຢູ່ອົສຕຣາລີ, ແບນຊິກ, ການາດາ, ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ຊູແອດ ແລະອາເມຣິກາ. ມີຫຼັກຖານຢັ້ງຢືນໃຫ້ເຫັນວ່າ: ກຸ່ມຄົນທີ່ມີຄວາມສ່ຽງຕິດເຊື້ອສູງສຸດແມ່ນຜູ້ທີ່ເຄີຍສຳພັດກັບຮ່າງກາຍຂອງຜູ້ຕິດເຊື້ອຝີດາດລີງຢ່າງໃກ້ຊິດຫຼັງຈາກເຂົາເຈົ້າໄດ້ສະແດງອາການແລ້ວ.