ຈັດການເຈລະຈາລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນແລະປາກີສະຖານ

2022-05-23 11:52:41 CRI

     ວັນທີ 22 ພຶດສະພາປີ 2022, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຈລະຈາກັບທ່ານບິລາວາ ບູໂຕ ຊາດາຣີ ລັດຖະມົນຕີກະຊວງການຕ່າງປະເທດປາກີສະຖານທີ່ກຳລັງຢ້ຽມຢາມຈີນຢູ່ນະຄອນກວາງໂຈ່ວ.

     ທ່ານວາງຢີ້ກ່າວວ່າ: ຈີນຈະເຮັດຄືແຕ່ເກົ່າເມືອຫຼັງເດັດດ່ຽວສະໜັບສະໜູນປາກີສະຖານປົກປັກຮັກສາອະທິປະໄຕ ເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ, ເດັດດ່ຽວສະໜັບສະໜູນປາກີສະຖານຮັກສາຄວາມສາມັກຄີແລະສະຖຽນລະພາບ, ເດັດດ່ຽວສະໜັບສະໜູນປາກີສະຖານເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ. ພາຍໃຕ້ສະພາບເບື້ອງຫຼັງທີ່ສະຖານະການຕ້ານການກໍ່ການຮ້າຍນັບມື້ນັບຂ້ຽວຂາດ, ສອງຝ່າຍຄວນເພີ່ມທະວີການຮ່ວມມື, ນຳໃຊ້ທຸກມາດຕະການທີ່ຈຳເປັນ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດເຫດການທຳລາຍຄວາມປອດໄພຂອງຊາວຈີນ ອົງການຈີນ ແລະໂຄງການຈີນທີ່ຢູ່ປາກີສະຖານອີກ.

     ທ່ານບິລາວາກ່າວວ່າ: ຈີນແມ່ນປະເທດທຳອິດທີ່ຂ້າພະເຈົ້າໄປຢ້ຽມຢາມພາຍຫຼັງດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ. ມິດຕະພາບລະຫວ່າງປາກີສະຖານແລະຈີນແມ່ນພື້ນຖານຂອງການພົວພັນກັບຕ່າງປະເທດຂອງປາກີສະຖານ. ປາກີສະຖານເດັດດ່ຽວປະຕິບັດຕາມນະໂຍບາຍປະເທດຈີນດຽວ, ເດັດດ່ຽວສະໜັບສະໜູນຈີນປົກປັກຮັກສາຜົນປະໂຫຍດໃຈກາງທັງໝົດຂອງຕົນ, ປາກີສະຖານຍິນດີພະຍາຍາມຮ່ວມກັນກັບຈີນ, ເຮັດໃຫ້ມິດຕະພາບລະຫວ່າງສອງປະເທດສືບທອດໄປທຸກເຊັ່ນຄົນ.