ຈີນເດັດດ່ຽວສຸມກຳລັງເຂົ້າໃນການບັນລຸເຂດການຄ້າເສລີອາຊີປາຊີຟິກທີ່ຮອບດ້ານແລະມີລະດັບສູງ

2022-05-23 15:54:58 cri

      ກອງປະຊຸມລະດັບລັດຖະມົນຕີກະຊວງການຄ້າຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື ເອເປັກຄັ້ງທີ 28 ໄດ້ຈັດຂຶ້ນລະຫວ່າງວັນທີ 21 ຫາ 22 ພຶດສະພານີ້. ທ່ານ ຫວາງເຫວີນທ່າວ ລັດຖະມົນຕີກະຊວງການຄ້າຈີນໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງວິດີໂອ.

      ທ່ານ ຫວາງເຫວີນທ່າວ ຊີ້ໃຫ້ເຫັນວ່າ: ບັນດາປະເທດສະມາຊິກອົງການເອເປັກຄວນຖືການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກເປັນສາຍຫຼັກ,ຊຸກຍູ້ການຮ່ວມມືດ້ານການຄ້າແລະການລົງທຶນທີ່ແທ້ຈິງໃນຂົງເຂດຕ່າງໆ. ຕ້ອງເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຕົ້ນຕໍຂອງການຈັດວາງການຄ້າເສລີໃນການຊຸກຍູ້ໃຫ້ເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ,ພະຍາຍາມຊຸກຍູ້ການພັດທະນາທີ່ມີລັກສະນະກວມລວມຂອງພາກພື້ນ ເພື່ອສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກທີ່ສາມາດນຳເອົາຜົນປະໂຫຍດມາໃຫ້ແກ່ພາກພື້ນແຫ່ງນີ້.

      ທ່ານ ຫວາງເຫວີນທ່າວ ກ່າວຕື່ມວ່າ: ຈີນເດັດດ່ຽວສຸມກຳລັງເຂົ້າໃນການບັນລຸເຂດການຄ້າເສລີອາຊີປາຊີຟິກທີ່ຮອບດ້ານແລະມີລະດັບສູງ,ພວມປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນຫຼືອາເຊັບຢ່າງມີຄຸນນະພາບສູງ, ຮ່ວມກັບບັນດາປະເທດສະມາຊິກອາຊຽນສ້າງເຂດການຄ້າເສລີຈີນ-ອາຊຽນລະດັບ 3,0 ຢ່າງຕັ້ງໜ້າ,ເພີ່ມພະລັງແຮງຢ່າງຕໍ່ເນື່ອງເຂົ້າໃນການຊຸກຍູ້ການເຕີບໂຕຂອງເສດຖະກິດຂອງພາກພື້ນກໍຄືຂອງໂລກຢ່າງໝັ້ນທ່ຽງ. ຈີນຈະນັບມື້ນັບເປີດປະຕູຕໍ່ພາຍນອກຕື່ມອີກ.