ປະຊາຊົນຍີ່ປຸ່ນຈັດການຊຸມນຸມປະທ້ວງທ່ານໂຈ ໄບເດັນຢ້ຽມຢາມຍີ່ປຸ່ນ

2022-05-23 11:47:19 CRI


     ວັນທີ 22 ພຶດສະພາປີ 2022, ປະຊາຊົນຫຼາຍຮ້ອຍຄົນຈາກແຫ່ງຕ່າງໆຂອງຍີ່ປຸ່ນໄດ້ຈັດການຊຸມນຸມແລະແຫ່ຂະບວນຢູ່ນະຄອນຫຼວງໂຕກຽວ ເພື່ອປະທ້ວງຕໍ່ການຢ້ຽມຢາມຍີ່ປຸ່ນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ເລີ່ມແຕ່ວັນທີ 22 ພຶດສະພານີ້ເປັນຕົ້ນມາ, ຄັດຄ້ານການພົບປະລະຫວ່າງປະມຸກລັດຍີ່ປຸ່ນແລະອາເມຣິກາ ແລະກອງປະຊຸມສຸດຍອດ“ກົນໄກສີ່ຝ່າຍ”ລະຫວ່າງອາເມຣິກາ ຍີ່ປຸ່ນ ອິນເດຍ ແລະອົສຕຣາລີ.


     ຜູ້ຊົງຄຸນວຸດທິວົງການກົດໝາຍ ສະມາຊິກສະພາທ້ອງຖິ່ນ ແລະນັກປະພັນຍີ່ປຸ່ນຫຼາຍທ່ານໄດ້ກ່າວຄຳປາໄສໃນການຊຸມນຸມ, ຕຳນິຕິຕຽນວ່າ ການພົບປະລະຫວ່າງປະມຸກລັດຍີ່ປຸ່ນແລະອາເມຣິກາຈະເພີ່ມທະວີການຫັນເປັນເອກະພົບດຽວດ້ານການທະຫານລະຫວ່າງຍີ່ປຸ່ນແລະອາເມຣິກາຕື່ມອີກ, ແລະເລັ່ງບາດກ້າວຂອງຍີ່ປຸ່ນໃນການຂະຫຍາຍຍຸດໂທປະກອນ.


     ພາຍຫຼັງການຊຸມນຸມ, ປະຊາຊົນຍີ່ປຸ່ນໄດ້ທະຍອຍກັນຍ່າງເຂົ້າຖະໜົນຂອງໂຕກຽວ, ແຫ່ຂະບວນປະທ້ວງ ແລະຮ້ອງຄຳຂວັນທີ່ວ່າ“ຄັດຄ້ານສົງຄາມ”,“ຄັດຄ້ານກົນໄກສີ່ຝ່າຍ”,“ປ້ອງກັນບໍ່ໃຫ້ດັດແກ້ລັດຖະທຳມະນູນ”ແລະອື່ນໆ. ຕາມຝ່າຍຈັດຕັ້ງການຊຸມນຸມແນະນຳໃຫ້ຮູ້ວ່າ: ເຂົາເຈົ້າຈະຈັດການຊຸມນຸມແບບຄ້າຍຄືກັນຢ່າງຕໍ່ເນື່ອງໃນໄລຍະທ່ານໂຈ ໄບເດັນຢ້ຽມຢາມຍີ່ປຸ່ນ, ເພື່ອສົ່ງສຽງຄັດຄ້ານຈາກປະຊາຊົນຍີ່ປຸ່ນ.