ໂຄສົກກະຊວງການຕ່າງປະເທດຈີນກ່າວຕອບໂຕ້ຖ້ອຍຄວາມທີ່ບໍ່ເໝາະສົມກ່ຽວກັບໄຕ້ຫວັນຂອງທ່ານໂຈ ໄບເດັນ

2022-05-24 11:21:42 CRI


     ໂດຍແນໃສ່ເລື່ອງທີ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວຖ້ອຍຄວາມທີ່ບໍ່ເໝາະສົມກ່ຽວກັບໄຕ້ຫວັນຈີນພາຍຫຼັງການເຈລະຈາລະຫວ່າງປະມຸກລັດອາເມຣິກາແລະຍີ່ປຸ່ນ, ວັນທີ 23 ພຶດສະພາປີ 2022, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນວ່າ: ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະເດັດດ່ຽວຄັດຄ້ານຖ້ອຍຄວາມຂອງອາເມຣິກາ.


     ທ່ານວ່າງເວີນປີ່ນກ່າວລື້ມຄືນວ່າ: ຢູ່ໃນໂລກນີ້ມີພຽງແຕ່ປະເທດຈີນດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງຈີນ, ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນລ້ວນໆ, ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆເຂົ້າມາແຊກແຊງໄດ້, ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງຈີນ ເຊັ່ນ: ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ, ຈີນຈະບໍ່ຜ່ອນສັ້ນຜ່ອນຍາວຢ່າງແນ່ນອນ. ທຸກຄົນຢ່າປະໝາດຄວາມຕັດສິນໃຈຢ່າງໝັ້ນໜຽວ ຈິດໃຈທີ່ເດັດດ່ຽວໜຽວແໜ້ນ ແລະຄວາມສາມາດທີ່ເຂັ້ມແຂງຂອງປະຊາຊົນຈີນໃນການປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຢ່າຢືນຢູ່ຟາກກົງກັນຂ້າມແລະເປັນປໍລະປັກກັນກັບປະຊາຊົນຈີນ 1,4 ຕື້ຄົນ.


     ທ່ານວ່າງເວີນປີ່ນກ່າວເນັ້ນຕື່ມວ່າ: ຈີນເຕືອນໃຫ້ອາເມຣິກາໃຊ້ທ່າທີທີ່ລະມັດລະວັງໃນບັນຫາໄຕ້ຫວັນ, ບໍ່ສົ່ງສັນຍານຜິດພາດໃດໆໃຫ້ອິດທິກຳລັງແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ, ເພື່ອຫຼີກລ່ຽງບໍ່ໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນແລະການພົວພັນລະຫວ່າງຈີນ-ອາເມຣິກາຖືກທຳລາຍຢ່າງໜັກໜ່ວງ.