ທ່ານສີຈິ້ນຜິງ ແລະ ພໍ່: ຈິດໃຈບໍລິສຸດຕໍ່ປະຊາຊົນ

2022-05-24 10:19:27 CRI


“ຂ້າພະເຈົ້າແມ່ນລູກຊາຍຂອງຊາວກະສິກອນ”


ທ່ານປະທານສີຈິ້ນຜິງເຄີຍກ່າວວ່າ: “ຫວັງຢາກສືບທອດ ແລະ ຖອດຖອນເອົາຄຸນສົມບັດທີ່ລ້ຳຄ່າ ແລະ ສູງສົ່ງຈາກພໍ່ໄດ້ຢ່າງຫຼວງຫຼາຍ,” ໜຶ່ງໃນນັ້ນ ກໍແມ່ນຈິດໃຈບໍລິສຸດຕໍ່ປະຊາຊົນ.

ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງ ແມ່ນ “ຜູ້ນຳປະຊາຊົນທີ່ມາຈາກປະຊາຊົນ”. ທ່ານມັກເວົ້າເລື້ອຍໆວ່າ ຕົນເອງແມ່ນລູກຊາຍຂອງຊາວກະສິກອນ, ແລະຖືຕົນເອງເປັນໜຶ່ງໃນປະຊາຊົນຜູ້ອອກແຮງງານຢ່າງສະເໝີຕົ້ນສະເໝີປາຍ.

ໃນໄລຍະການປະຕິວັດທີ່ດິນຂອງຈີນ ຄື ແຕ່ເດືອນສິງຫາປີ 1927 ຫາ ປີ 1937, ທ່ານສີຈົ້ງຊຸ່ນທີ່ມີອາຍຸບໍ່ຮອດ 20 ປີກໍໄດ້ເຂົ້າຮ່ວມການສ້າງຕັ້ງເຂດທີ່ໝັ້ນປະຕິວັດຊາຍແດນສ້ານສີ່-ກ່ານຊູ້. ຢູ່ສະຖານທີ່ເຮັດວຽກຂອງທ່ານສີຈົ້ງຊຸ່ນຢູ່ເຂດທີ່ໝັ້ນ, ເຕັມໄປດ້ວຍປະຊາຊົນທຸກມື້, ປະຊາຊົນໄດ້ຖືທ່ານເປັນເພື່ອນມິດຮູ້ໃຈທີ່ສຸດ. ທ່ານເວົ້າວ່າ: “ຖ້າບໍ່ມີການສະໜັບສະໜູນຂອງປະຊາຊົນ, ກໍບໍ່ມີທຸກສິ່ງຢ່າງຂອງພັກພວກເຮົາ.”

ມາຮອດທຸກມື້ນີ້, ຄວາມຈິງໃຈລຽບງ່າຍແບບນີ້ທີ່ມີຕໍ່ປະຊາຊົນຍັງໄດ້ຈາລຶກໄວ້ໃນຈິດໃຈຂອງທ່ານສີຈິ້ນຜິງ.ທ່ານເຄີຍເວົ້າວ່າ: “ປູ່ຂອງຂ້າພະເຈົ້າກໍເປັນຊາວກະສິກອນຄືກັນ, ພໍ່ຂອງຂ້າພະເຈົ້າກໍແມ່ນຫັນຈາກຊາວກະສິກອນກ້າວຂຶ້ນສູ່ເສັ້ນທາງການປະຕິວັດ, ຂ້າພະເຈົ້າເອງກໍ່ເຄີຍເປັນຊາວກະສິກອນມາເປັນເວລາ 7 ປີ.”

ປີ 1969, ທ່ານສີຈິ້ນຜິງທີ່ມີອາຍຸບໍ່ຮອດ 16 ປີ ກໍໄດ້ເດີນທາງຈາກນະຄອນຫຼວງປັກກິ່ງໄປລົງພື້ນຖານເຮັດວຽກໄຮ່ການນາຢູ່ບ້ານຫຼຽງເຈ່ຍເຫີ. ໃນເວລາ 7 ປີທີ່ໃຊ້ຊີວິດເປັນຊາວກະສິກອນຢູ່ບ້ານຫຼຽງເຈ່ຍເຫີ, ທ່ານໄດ້ຜູກມິດຕະພາບອັນເລິກເຊິ່ງກັບພໍ່ແມ່ປະຊາຊົນທ້ອງຖິ່ນ, ກໍໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ ຊົນນະບົດຈີນມີສະພາບຄືແນວໃດ, ສະພາບຄວາມເປັນຈິງຂັ້ນພື້ນຖານຂອງຈີນແມ່ນຄືແນວໃດ. ທ່ານສີຈິ້ນຜິງກ່າວວ່າ: “ຄຸນສົມບັດທີ່ຊື່ສັດບໍລິສຸດຂອງພີ່ນ້ອງປະຊາຊົນໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ກັບຈິດໃຈຂອງຂ້າພະເຈົ້າ.”

ມາຈາກປະຊາຊົນ, ຝັງຮາກຢ່າງເລິກເຊິ່ງຢູ່ທ່າມກາງປະຊາຊົນ, ນີ້ແມ່ນອຸດົມການແຕ່ຫົວທີທີ່ໝັ້ນໜຽວບໍ່ປ່ຽນແປງຂອງທ່ານສີຈິ້ນຜິງ ແລະ ພໍ່ ເຊິ່ງເປັນຊາວພັກກອມມູນິດສອງຮຸ່ນຄົນ.

 


“ຖືປະຊາຊົນໄວ້ຢູ່ໃນໃຈຢ່າງແທ້ຈິງ” 


ຫຼັງຈາກທ່ານສີຈິ້ນຜິງໄດ້ເຮັດວຽກທາງການເມືອງແລ້ວ, ທ່ານສີຈົ້ງຊຸ່ນ ເຄີຍເວົ້ານຳລູກວ່າ: ບໍ່ວ່າຕຳແໜ່ງຂອງລູກຈະສູງປານໃດ, ກໍບໍ່ຄວນລືມວ່າ ຕ້ອງຮັບໃຊ້ປະຊາຊົນຢ່າງດຸໝັ່ນຂະຫຍັນພຽນ, ຕ້ອງຄິດເພື່ອປະຊາຊົນຢ່າງແທ້ຈິງ, ຕ້ອງຕິດຕໍ່ພົວພັນກັບປະຊາຊົນ,ໃກ້ຊິດກັບປະຊາຊົນ. ທ່ານສີຈິ້ນຜິງ ໄດ້ຈື່ຈຳຄວາມເວົ້າຂອງພໍ່ໄວ້ຕະຫຼອດ.

ໃນຕົ້ນຊຸມປີ 1980, ທ່ານສີຈິ້ນຜິງໄດ້ເປັນເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍ ເຊິ່ງໄດ້ເລີ່ມເຂົ້າສູ່ຕຳແໜ່ງການນຳຂອງທ້ອງຖິ່ນ “ເພິ່ນບໍ່ເຄິຍນັ່ງລ້າຢູ່ຫ້ອງການຈັກເທື່ອ.” ນີ້ແມ່ນພາບພົດຂອງທ່ານສີຈິ້ນຜິງໃນສາຍຕາຂອງຄົນທັງຫຼາຍໃນເວລານັ້ນ. ປີ 1988, ທ່ານສີຈິ້ນຜິງໄດ້ເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ, ທ່ານເວົ້າວ່າ: “ຜູ້ເປັນເລຂາຄະນະພັກຂັ້ນເມືອງຕ້ອງໄປສຳຫຼວດກວດກາທຸກບ້ານ, ຜູ້ເປັນເລຂາຄະນະພັກຂັ້ນນະຄອນຕ້ອງໄປສຳຫຼວດກວດກາທຸກຕາແສງ ແລະຜູ້ເປັນເລຂາຄະນະພັກຂັ້ນແຂວງຕ້ອງໄປສຳຫຼວດກວດກາທຸກເມືອງແລະທຸກເຂດແຄ້ວນ.”

ອາໄສປະຊາຊົນ, ເຮັດວຽກເພື່ອປະຊາຊົນ, ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບຮ່ວມຂອງທ່ານສີຈິ້ນຜິງກັບພໍ່ ທັງເປັນແຫຼ່ງກຳເນີດຂອງພະລັງແຮງ.



"ປະເທດຊາດບ້ານເມືອງກໍ່ຄືປະຊາຊົນ,ປະຊາຊົນກໍ່ຄືປະເທດຊາດບ້ານເມືອງ”

 

ໃນເວລາຈັດພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ 50 ປີ,ທ່ານສີຈົ້ງຊຸ່ນໄດ້ເຂົ້າຊົມພິທີຢູ່ເທິງຫໍທຽນອ່ານເໝິນ,ທ່ານໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ພວກເຮົາຕ້ອງບໍ່ຄວນຫຼົງລືມຕະຫຼອດການວ່າ,ປະເທດຊາດບ້ານເມືອງກໍ່ຄືປະຊາຊົນ,ປະຊາຊົນກໍ່ຄືປະເທດຊາດບ້ານເມືອງ.”

ຄຳເວົ້າທີ່ລຽບງ່າຍໄດ້ສະແດງໃຫ້ເຫັນເຖິງສຽງໃນໃຈຂອງນັກປະຕິວັດລຸ້ນອາວຸໂສທີ່ສູ້ຊົນຕະຫຼອດຊີວິດເພື່ອປະຊາຊົນ.

ທ່ານສີຈິ້ນຜິງເຄີຍໄດ້ເວົ້າເຖິງມາຫຼາຍເທື່ອວ່າ “ປະເທດຊາດບ້ານເມືອງກໍ່ຄືປະຊາຊົນ,ປະຊາຊົນກໍ່ຄືປະເທດຊາດບ້ານເມືອງ”,ໃນເວລາລົງສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນເທື່ອໜຶ່ງ,ທ່ານໄດ້ເວົ້າດ້ວຍຄວາມດູດດື່ມວ່າ: “ພັກກອມມູນິດຈີນເຮັດການປະຕິວັດເພື່ອຍຶດອຳນາດແລະປົກປັກຮັກສາປະເທດຊາດບ້ານເມືອງ,ກໍ່ແມ່ນເພື່ອປົກປັກຮັກສາຈິດໃຈຂອງປະຊາຊົນ,ເພື່ອເຮັດໃຫ້ປະຊາຊົນໄດ້ດຳລົງຊີວິດທີ່ຢູ່ເຢັນເປັນສຸກ.

ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ,ທ່ານສີຈິ້ນຜິງໄດ້ໄປເຄື່ອນໄຫວຢ້ຽມຢາມເຂດທຸກຍາກທີ່ສຸດທີ່ຕິດຈອດກັນເປັນບໍລິເວນກວ້າງທັງໝົດ 14 ແຫ່ງໃນທົ່ວປະເທດ,ໄດ້ສຳຫຼວດຄົ້ນຄວ້າວຽກງານລຶບລ້າງຄວາມທຸກຍາກ 50 ກວ່າເທື່ອ,ເລີ່ມຈາກຕ້ອງ “ເບິ່ງຄວາມທຸກຍາກທີ່ແທ້ຈິງ”ຈົນຮອດຕ້ອງເຮັດໃຫ້“ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງແທ້ຈິງ”, ທ່ານໄດ້ແບກຫາບໜ້າທີ່ຄວາມຮັບຜິດຊອບທາງປະຫວັດສາດຢ່າງເດັດດ່ຽວ.

ທ່ານມັກເວົ້າເລື້ອຍໆວ່າ,ເປັນ“ເຈົ້າໜ້າທີ່ລະດັບການນຳ”ວາລະໜຶ່ງກໍ່ຕ້ອງສ້າງຄວາມສຸກໃຫ້ກັບທ້ອງຖິ່ນໜຶ່ງ, ຕ້ອງມີສະຕິ“ຍາມສະໜຸກກໍຕ້ອງຄຳນຶງເຖິງໄພ,ຕ້ອງຄຳນຶງເຖິງຄວາມຄາດຫວັງຂອງປະຊາຊົນເປັນປະຈຳ”.

“ຂ້າພະເຈົ້າຈະບໍ່ຄິດເພື່ອຕົນເອງແລະຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ.” ນີ້ແມ່ນຈິດໃຈບໍລິສຸດຕໍ່ປະຊາຊົນຮ່ວມກັນຂອງທ່ານສີຈິ້ນຜິງແລະພໍ່ຂອງເພິ່ນ.