ທ່ານ ວາງຢີ້ ຈະຢ້ຽມຢາມປະເທດໝູ່ເກາະປາຊີຟິກໃຕ້ແລະຕີມໍແລັດສະເຕພ້ອມທັງເປັນປະທານຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຈີນ-ປະເທດໝູ່ເກາະປາຊີຟິກຄັ້ງທີ 2

2022-05-25 16:16:09 cri

      ວັນທີ 24 ພຶດສະພານີ້, ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມ 8 ປະເທດຢ່າງເປັນທາງການລະຫວ່າງວັນທີ 26 ພຶດສະພາຫາວັນທີ 4 ມິຖຸນາປີ 2022 ຕາມການເຊື້ອເຊີນຄື: ໝູ່ເກາະໂຊໂລມອນ,ກີຣີບາຕີ,ຊາມົວ,ຟີຈີ,ຕົງກາ,ວານູອາຕູ,ປາປົວນິວກີເນ,ຕີມໍແລັດະເຕ ແລະຈະຢ້ຽມຢາມມິໂກຣເນຊີຜ່ານທາງວິດີໂອ,ພົບປະເຈລະຈາກັບນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດໝູ່ເກາະຄຸກ ແລະ ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດນິວເອຜ່ານທາງວິດີໂອ,ພ້ອມທັງຈະເປັນປະທານຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດໝູ່ເກາະຈີນ-ປາຊີຟິກຄັ້ງທີ 2 ຢູ່ຟີຈີ.