ທ່ານສີຈິ້ນຜິງຕອບຈົດໝາຍຂອງນາງຊາຣາ ລານເດ ເພື່ອນມິດຈາກລັດແອວວາຂອງອາເມຣິກາ

2022-05-25 13:57:10 CRI

     ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຂອງນາງຊາຣາ ລານເດ ເພື່ອນມິດຈາກລັດແອວວາຂອງອາເມຣິກາ.


     ທ່ານສີຈິ້ນຜິງຂຽນວ່າ: ຂ້າພະເຈົ້າເຄີຍໄປຢ້ຽມຢາມລັດແອວວາທີ່ສວຍງາມ 2 ເທື່ອ, ໄດ້ຜູກມິດຕະພາບກັບເມືອງມັສກາຕີນຢ່າງເລິກເຊິ່ງ. ປະຊາຊົນຈີນແລະປະຊາຊົນອາເມຣິກາລ້ວນແຕ່ແມ່ນປະຊາຊົນທີ່ຍິ່ງໃຫຍ່, ມິດຕະພາບລະຫວ່າງປະຊາຊົນແມ່ນສິ່ງທີ່ລ້ຳຄ່າ, ຍັງແມ່ນພື້ນຖານທີ່ສຳຄັນແຫ່ງການຂະຫຍາຍການພົວພັນລະຫວ່າງສອງປະເທດອີກດ້ວຍ. ປະຊາຊົນຈີນຍິນດີສືບຕໍ່ຮ່ວມກັນກັບປະຊາຊົນອາເມຣິກາ, ເພີ່ມທະວີການແລກປ່ຽນຢ່າງມີໄມຕີຈິດມິດຕະພາບ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຮ່ວມກັນ. ທ່ານສີຈິ້ນຜິງໄດ້ສົ່ງເສີມໃຫ້ນາງຊາຣາ ລານເດ ພ້ອມດ້ວຍເພື່ອນມິດເກົ່າຂອງລັດແອວວາສືບຕໍ່ເຜີຍແຜ່ມິດຕະພາບ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ມິດຕະພາບລະຫວ່າງປະຊາຊົນສອງຊາດຈີນ-ອາເມຣິກາ.


     ນາງຊາຣາ ລານເດເຄີຍເປັນຜູ້ຕ້ອນຮັບທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກກອມມູນິດຈີນເມືອງເຈິ້ງຕີ້ງ ແຂວງເຮີເປຈີນໃນຄາວນັ້ນໄປຢ້ຽມຢາມເມືອງມັສກາຕີນເມື່ອປີ 1985. ໃນໄລຍະທ່ານສີຈິ້ນຜິງທີ່ເປັນຮອງປະທານປະເທດຈີນໃນຄາວນັ້ນໄປຢ້ຽມຢາມອາເມຣິກາເມື່ອປີ 2012, ໄດ້ໄປພົບກັບເພື່ອນມິດເກົ່າອາເມຣິກາຢູ່ເຮືອນຂອງນາງຊາຣາ ລານເດອີກ. ຫວ່າງມໍ່ໆມານີ້, ນາງຊາຣາ ລານເດໄດ້ສົ່ງຈົດໝາຍໄປຍັງທ່ານສີຈິ້ນຜິງ ເພື່ອສະແດງຄວາມຂອບໃຈຕໍ່ທ່ານທີ່ມີໄມຕີຈິດມິດຕະພາບອັນລ້ຳຄ່າຕໍ່ເພື່ອນມິດເກົ່າ, ຫວັງໃຫ້ສອງປະເທດສືບຕໍ່ລົງເລິກການໄປມາຫາສູ່ກັນດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນ. ນາງຊາຣາ ລານເດຍັງໄດ້ມອບປຶ້ມຫວນຄືນປະຫວັດສາດທີ່ມີຊື່ວ່າ“ເພື່ອນມິດເກົ່າ: ເລື່ອງລະຫວ່າງທ່ານສີຈິ້ນຜິງກັບເມືອງແອວວາ”ທີ່ຂຽນໂດຍນາງເອງໃຫ້ແກ່ທ່ານສີຈິນຜິງພ້ອມກັບຈົດໝາຍ.