ກອງທັບສ.ເກົາຫຼີແຈ້ງວ່າ ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີ 3 ໜ່ວຍໄປສູ່ເຂດທະເລພາກຕາເວັນອອກຂອງແຫຼມເກົາຫຼີ

2022-05-25 14:34:11 CRI


     ວັນທີ 25 ພຶດສະພາປີ 2022, ກອງເສນາທິການປະສົມຂອງສ.ເກົາຫຼີແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນ, ສປປ ເກົາຫຼີໄດ້ຍິງລູກສອນໄຟນຳວິຖີ 3 ໜ່ວຍໄປສູ່ເຂດທະເລພາກຕາເວັນອອກຂອງແຫຼມເກົາຫຼີ, ລູກສອນໄຟນຳວິຖີ 3 ໜ່ວຍດັ່ງກ່າວແມ່ນຍິງຈາກບໍລິເວນຊູນອານ ນະຄອນຫຼວງພຽງຢາງຂອງ ສປປ ເກົາຫຼີໃນເວລາ 6 ໂມງ, 6 ໂມງ 37 ນາທີ ແລະ 6 ໂມງ 42 ນາທີຕາມເວລາທ້ອງຖິ່ນ.


     ຕາມຂ່າວສານຢົນຮັບຂອງສ.ເກົາຫຼີແຈ້ງໃຫ້ຮູ້ວ່າ: ກອງທັບສ.ເກົາຫຼີກຳລັງວິເຄາະຂໍ້ມູນຕົວເລກທີ່ກ່ຽວຂ້ອງຂອງລູກສອນໄຟນຳວິຖີ 3 ໜ່ວຍດັ່ງກ່າວ ເຊັ່ນ: ໄລຍະທາງ ຄວາມສູງ ແລະອື່ນໆ. ນອກນີ້, ທຳນຽບປະທານາທິບໍດີສ.ເກົາຫຼີກໍໄດ້ລາຍງານຂ່າວວ່າ: ເວລາ 7 ໂມງ 30 ນາທີຂອງວັນທີ 25 ພຶດສະພາປີ 2022, ທ່ານຢູນຊຸກຢື ປະທານາທິບໍດີສ.ເກົາຫຼີໄດ້ເປັນປະທານກອງປະຊຸມຮັກສາຄວາມໝັ້ນຄົງແຫ່ງຊາດ ໂດຍໄດ້ປຶກສາຫາລືກ່ຽວກັບບັນຫາ ສປປ ເກົາຫຼີຍິງລູກສອນໄຟຄັ້ງນີ້.