ລັດຖະມົນຕີກະຊວງການຕ່າງປະເທດຕວກກີຢ້ຽມຢາມອິສຣາແອນ

2022-05-26 14:49:09 cri

      ວັນທີ 25 ພຶດສະພານີ້, ທ່ານ ເມັຟລຸດ ຄາວຸໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີໄດ້ເດີນທາງໄປຮອດອິສຣາແອນແລະເລີ່ມຢ້ຽມຢາມປະເທດດັ່ງກ່າວ,ພ້ອມທັງພົບປະເຈລະຈາກັບທ່ານ ຢາເອວ ລາປິດ ລັດຖະມົນຕີກະຊວງການຕ່າງປະເທດອິສຣາແອນ. ນີ້ແມ່ນເຈົ້າໜ້າທີ່ລະດັບລັດຖະມົນຕີຂອງຕວກກີຢ້ຽມຢາມອິສຣາແອນເປັນຄັ້ງທຳອິດໃນຮອບ 15 ປີຜ່ານມາ.

      ໃນກອງປະຊຸມຖະແຫຼງຂ່າວຮ່ວມທີ່ຈັດຂຶ້ນຫຼັງຈາກການພົບປະ, ທ່ານ ຢາເອວ ລາປິດ ກ່າວວ່າ: ການພົວພັນລະຫວ່າງອິສຣາແອນ-ຕວກກີໄດ້ເປີດໂສມໜ້າໃໝ່. ທ່ານ ເມັຟລຸດ ຄາວຸໂຊກລູ ກ່າວວ່າ: ການປັບປຸງການພົວພັນລະຫວ່າງຕວກກີ-ອິສຣາແອນໃຫ້ດີຂຶ້ນແມ່ນມີຜົນດີຢ່າງຕັ້ງໜ້າຕໍ່ການແກ້ໄຂການປະທະກັນລະຫວ່າງປາແລັສຕີນກັບອິສຣາແອນ, ຝ່າຍຕວກກີເຫັນວ່າແຜນການສອງປະເທດແມ່ນຊ່ອງທາງພຽງໜຶ່ງດຽວໃນການແກ້ໄຂການປະທະກັນດັ່ງກ່າວ.