ກອງປະຊຸມລັດຖະມົນຕີວັດທະນະທຳຂອງບັນດາປະເທດບຣິກສ໌ຄັ້ງທີ 7 ສຸມໃສ່ “ສ້າງການພົວພັນຄູ່ຮ່ວມວັດທະນະທຳທີ່ກວມລວມແລະຖອດຖອນບົດຮຽນເຊິ່ງກັນແລະກັນ”

2022-05-26 15:08:31 cri

      ກອງປະຊຸມລັດຖະມົນຕີວັດທະນະທຳຂອງບັນດາປະເທດບຣິກສ໌ຄັ້ງທີ 7 ໄດ້ຈັດຂຶ້ນໂດຍຜ່ານຮູບແບບວິດີໂອໃນວັນທີ 24 ພຶດສະພານີ້ພາຍໃຕ້ຫົວຂໍ້ “ສ້າງການພົວພັນຄູ່ຮ່ວມວັດທະນະທຳທີ່ກວມລວມແລະຖອດຖອນບົດຮຽນເຊິ່ງກັນແລະກັນ”. ລັດຖະມົນຕີວັດທະນະທຳຂອງບັນດາປະເທດບຣິກສ໌ຄື: ຈີນ, ບຣາຊີນ, ຣັດເຊຍ, ອິນເດຍ, ອາຟຣິກາໃຕ້ໄດ້ລົງເລິກແລກປ່ຽນກ່ຽວກັບຫົວຂໍ້ປະຊຸມຕ່າງໆເຊັ່ນ: ຊຸກຍູ້ການພັດທະນາແລະການຮ່ວມມືທີ່ຫັນເປັນດີຈີຕອນໃນຂົງເຂດວັດທະນະທຳ,ເພີ່ມທະວີການອະນຸລັກແລະການຮ່ວມມືດ້ານມໍລະດົກວັດທະນະທຳ,ຊຸກຍູ້ການສ້າງເວທີແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດບຣິກສ໌ຢ່າງຕໍ່ເນື່ອງແລະອື່ນໆ. ໃນກອງປະຊຸມ, ບັນດາຝ່າຍໄດ້ຮ່ວມກັນເຊັນແຜນການດຳເນີນງານ 5 ປີກ່ຽວກັບສັນຍາການຮ່ວມມືດ້ານວັດທະນະທຳລະຫວ່າງລັດຖະບານຂອງບັນດາປະເທດບຣິກສ໌(2022- 2026).

      ບັນດາຝ່າຍໄດ້ກ່າວຢ່າງເປັນເອກະພາບກັນວ່າ: ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍດ້ານເຊັ່ນ: ຊຸກຍູ້ການອະນຸລັກແລະນຳໃຊ້ມໍລະດົກວັດທະນະທຳແລະອື່ນໆ,ເພື່ອເພີ່ມພະລັງແຮງໃໝ່ເຂົ້າໃນການໄປມາຫາສູ່ກັນດ້ານວັດທະນະທຳລະຫວ່າງບັນດາປະເທດບຣິກສ໌ຢ່າງຕໍ່ເນື່ອງ.