ນົມຜົງບໍ່ມີແລ້ວກໍຕາມ ແຕ່ກໍຍັງຕ້ອງສຸມກຳລັງຊ່ວຍເຫຼືອອູແກຣນທາງການທະຫານກ່ອນ

2022-05-27 09:44:10 CRI

ໃນຂະນະທີ່ທ່ານໂຈ ໄບເດັນ ປະທານທິບໍດີອາເມຣິກາໄດ້ເລີ່ມການຢ້ຽມຢາມອາຊີເປັນຄັ້ງທຳອິດ ໃນຖານະເປັນທານາທິບໍດີອາເມຣິກາ, “ເດັກນ້ອຍຂາດນົມຜົງໄດ້ແຜ່ລາມອອກຢ່າງຮ້າຍແຮງໃນທົ່ວປະເທອາເມຣິກາ. ໃນຮ້ານຄ້າບໍ່ມີຂາຍ, ພໍ່ແມ່ຂອງລູກອ່ອນຂັບລົດໄປຊື້ຢູ່ລັດອື່ນ, ວິກິດການຂາດນົມຜົງໄດ້ນັບມື້ນັບຮ້າຍແຮງຂຶ້ນຢູ່ພາຍໃນປະເທດອາເມຣິກາ. ມີຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 5 ຫາ 15 ຂອງເດືອນພຶດສະພາ 2022 ນີ້, ອັດຕາຂາດນົມຜົງເດັກອ່ອນໃນທົ່ວປະເທດອາເມຣິກາສູງເຖິງ 45%. ໃນຂະນະດຽວກັນ, ລາຄານົມຜົງຂອງເດັກອ່ອນໄດ້ຖີບຕົວສູງຂຶ້ນຢ່າງວ່ອງໄວ ເຊິ່ງໄດ້ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ທີ່ຈິງແລ້ວ, ຕະຫຼາດພາຍໃນປະເທດອາເມຣິກາຂາດນົມຜົງມາໄດ້ຫຼາຍເດືອນແລ້ວ. ຕອນເລີ່ມຕົ້ນ, ອາເມຣິກາເຫັນວ່າ ນີ້ແມ່ນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕ່ອງໂສ້ການສະໜອງບໍ່ລຸລ່ວງ ແລະ ຂາດແຮງງານ, ແຕ່ສາເຫດຊັ້ນເລິກແມ່ນຍ້ອນວ່າ: ອາເມຣິກາໄດ້ປະຕິບັດຕາມລັດທິປົກປ້ອງການຄ້າ, ອາເມຣິກາໄດ້ສ້າງກຳແພງພາສີສູງ ເພື່ອປົກປ້ອງຍີ່ຫໍ້ນົມຜົງຂອງປະເທດຕົນ ແລະ ຄວບຄຸມການນຳເຂົ້ານົມຜົງຢ່າງເຂັ້ມງວດ ເຊິ່ງໄດ້ທຳລາຍຕ່ອງໂສ້ການສະໜອງນົມຜົງຢູ່ພາຍໃນປະເທດຕົນ. ມີຜູ້ຊ່ຽວຊານເຫັນວ່າ: ລັດຖະບານອາເມຣິກາຄວນຮັບຜິດຊອບຕໍ່ວິກິດການນົມຜົງຄັ້ງນີ້ ເພາະວ່າເຂົາເຈົ້າບໍ່ໄດ້ສະກັດກັ້ນການຜູກຂາດຂອງວິສາຫະກິດ.

ຕໍ່ເລື່ອງນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອເມຣິກາໄດ້ມອບສິດໃຫ້ກະຊວງປ້ອງກັນປະເທດອາເມຣິກາໃຊ້ເຮືອບິນເໝົາລຳທາງທະຫານໄປຂົນເອົານົມຜົງຈາກປະເທດອື່ນກັບມາອາເມຣິກາ. ຫວ່າງມໍ່ໆມານີ້, ເຮືອບິນຂົນສົ່ງຂອງກອງທັບອາເມຣິກາ ໄດ້ຂົນເອົານົມຜົງເດັກອ່ອນງວດທຳອິດຈາກເອີຣົບ. ຕາມຂ່າວແຈ້ງວ່າ: ນົມຜົງງວດນີ້ມີແຕ່ສະໜອງໃຫ້ເດັກອ່ອນທີ່ມີອາການເປັນແພ້ຍ້ອນກິນນົມຜົງສູດທຳມະດາ. ນີ້ກໍໝາຍຄວາມວ່າ, ນົມຜົງວດນີ້ມີພຽງໜ້ອຍດຽວເທົ່ານັ້ນ, ຍັງມີພໍ່ແມ່ນັບເປັນລ້ານຂອງອາເມຣິກາຍັງລໍຖ້ານົມຜົງຢູ່.

ນອກຈາກການມອບສິດໂດຍດ່ວນຂອງປະທານາທິບໍດີແລ້ວ, ໃນຫຼາຍມື້ມໍ່ໆມານີ້, ສະພາຕ່ຳອາເມຣິກາຍັງໄດ້ອະນຸມັດແຜນງົບປະມານສຸກເສີນ 28 ລ້ານໂດລາສະຫະລັດ ເຊິ່ງມີຈຸດປະສົງຊ່ວຍອົງການຄຸ້ມຄອງອາຫານ ແລະຢາຂອງອາເມຣິກາໃຊ້ມາດຕະການສຳຄັນ ເພື່ອຟື້ນຟູການສະໜອງນົມຜົງເດັກອ່ອນຂອງອາເມຣິກາ.

ແຕ່ສິ່ງທີ່ໜ້າເຫຼືອເຊື່ອນັ້ນກໍຄື: ຍ້ອນວ່າອາເມຣິກາຍັງປະເຊີໜ້າກັບບັນຫາດ້ານການສະໜອງເສດຖະກິດ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງ, ແຕ່ລັດຖະບານ ແລະ ລັດຖະສະພາອາເມຣິກາພັດໄປໃຫ້ການຊ່ວຍເຫຼືອແກ່ອູແກຣນ. ວັນທີ 21 ພຶສະພາ 2022 ນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນກົດໝາຍໃຫ້ການຊ່ວຍເຫຼືອ 40 ຕື້ໂດລາສະຫະລັດໃຫ້ອູແກຣນອີກງວດໜຶ່ງ. ນີ້ກໍໝາຍຄວາມວ່າ ຈຳນວນເງິນທີ່ອາເມຣິກາຊ່ວຍເຫຼືອອູແກຣນມີຫຼາຍກວ່າ 50 ຕື້ໂດລາສະລັດແລ້ວ.

ພັກດີໂມເກຣດຈະໃຫ້ການຊ່ວຍເຫຼືອອີກ 40 ຕື້ໂດລາສະຫະລັດແກ່ອູແກຣນ, ແຕ່ພໍ່ແມ່ຂອງເດັກນ້ອຍທັງຫຼາຍຂອງອາເມຣິກາຍັງຕ້ອງດີ້ນຮົນລ້ຽງດູລູກອ່ອນຂອງຕົນ.” ທ່ານໂດໂນ ຣຳ ອະດີດປະທານາທິບໍດີອາເມຣິກາໄດ້ອອກມາເວົ້າຄວາມຈິງອີກເທື່ອໜຶ່ງ. ທ່ານແຈັກ ຣາມູ ສາສະດາຈານການເມືອງ ແລະເສດຖະສາດຂອງອາເມຣິກາໄດ້ກ່າວຕຳໜິການກະທຳດັ່ງກ່າວຂອງລັດຖະບານອາເມຣິກາເປັນການປ່ອຍປະລະເຫຼີງຕໍ່ຄວາມຮຽກຮ້ອຕ້ອງການຂອງປະຊາຊົນປະເທດຕົນ”.

ໃຊ້ 28 ລ້ານໂດລາສະຫະລັດມາແກ້ໄຂບັນຫານົມຜົງພາຍໃນປະເທດ ແຕ່ພັດໄດ້ສະໜອງອີກ 40 ຕື້ໂດລາສະຫະລັດໄປຊ່ວຍເຫຼືອອູແກຣນ. ຂ້າພະເຈົ້າເຫັນວ່າ: ອາເມຣິກາເຮັດແບບນີ້ບໍ່ແມ່ນໄດ້ເອົາໃຈໃສ່ຕໍ່ຄວາມເປັນທຳຂອງ ລັດທິສາກົນດອກ, ຫາກແມ່ນຍ້ອນວ່າ ລັດຖະບານອາເມຣິກາເປັນພຽງຕົວແທນຂອງຜົນປະໂຫຍດກຸ່ມຜົນປະໂຫຍດອຸດສາຫະກຳການທະຫານຂອງອາເມຣິກາເທົ່ານັ້ນ.