ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າກອງປະຊຸມວຽກງານຮັບຂໍ້ສະເໜີແລະການຮ້ອງຟ້ອງທົ່ວປະເທດຄັ້ງທີ 9

2022-05-27 15:24:09 cri

      ກອງປະຊຸມວຽກງານຮັບຂໍ້ສະເໜີແລະການຮ້ອງຟ້ອງທົ່ວປະເທດຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນລະຫວ່າງວັນທີ 25 ຫາ 26 ພຶດສະພານີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມຢ່າງອົບອຸ່ນ,ພ້ອມທັງສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຄະນະແລະບຸກຄົນທີ່ດີເດັ່ນທີ່ໄດ້ຮັບການຍ້ອງຍໍສັນລະເສີນ ແລະສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ພະນັກງານທົ່ວປວງຊົນທີ່ເຮັດວຽກໃນລະບົບຮັບຂໍ້ສະເໜີແລະການຮ້ອງຟ້ອງທົ່ວປະເທດຈີນ.

      ໂດຍມີທ່ານ ຫຼີເຄີ້ສຽງ, ທ່ານ ຫວາງຮູ້ໜິງແລະທ່ານ ຮານເຈີ້ງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນເຂົ້າຮ່ວມ.

      ກອງປະຊຸມໄດ້ຍ້ອງຍໍສັນລະເສີນຄະນະແລະບຸກຄົນທີ່ດີເດັ່ນທີ່ເຮັດວຽກໃນລະບົບຮັບຂໍ້ສະເໜີແລະການຮ້ອງຟ້ອງທົ່ວປະເທດ. ຜູ້ຕາງໜ້າທີ່ໄດ້ຮັບການຍ້ອງຍໍສັນລະເສີນກໍຄືທ່ານອື່ນໆຕ່າງກໍ່ໄດ້ກ່າວຄຳປາໄສ.