ເບລາຣຸດຊີມີແຜນຈະສ້າງຕັ້ງກອງບັນຊາການສູ້ຮົບຢູ່ພາກໃຕ້

2022-05-27 12:20:11 CRI


     ວັນທີ 26 ພຶດສະພາປີ 2022 ນີ້, ທ່ານອາເລັກຊັນເດີ ລູຄາເຊນໂຄ ປະທານາທິບໍດີເບລາຣຸດຊີໄດ້ກ່າວໃນກອງປະຊຸມຄວາມໝັ້ນຄົງດ້ານການທະຫານທີ່ຈັດຂຶ້ນໂດຍກະຊວງປ້ອງກັນປະເທດເບລາຣຸດຊີວ່າ: ເບລາຣຸດຊີມີແຜນຈະສ້າງຕັ້ງກອງບັນຊາການສູ້ຮົບຢູ່ພາກໃຕ້.


     ທ່ານລູຄາເຊນໂຄກ່າວວ່າ: ປະເທດຕາເວັນຕົກທີ່ຖືອາເມຣິກາເປັນຫົວໂປ່ສືບຕໍ່ປະຕິບັດຕາມນະໂຍບາຍທີ່ເຮັດໃຫ້ສະຖານະການໂລກຊຸດໂຊມລົງ. ເຫດການທີ່ເກີດຂຶ້ນຢູ່ປະເທດໃກ້ຄຽງຂອງເບລາຣຸດຊີສະແດງໃຫ້ເຫັນວ່າ: ການຂົ່ມຂູ່ດ້ານຄວາມໝັ້ນຄົງທາງການທະຫານທີ່ເບລາຣຸດຊີພວມປະເຊີນໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ. ເມື່ອທຽບໃສ່ທຸກໄລຍະທີ່ຜ່ານມາ, ສະຖານະການໃນປັດຈຸບັນຍິ່ງຕ້ອງການໃຫ້ກອງທັບເບລາຣຸດຊີກຽມພ້ອມທຸກເວລາ, ເພື່ອທຳປະຕິກິລິຍາຢ່າງເຕັມທີ່ຕໍ່ການກະທຳຮຸກຮານທາງການທະຫານ.